"ວັດທະນະທຳ​ຈີນ,ທົ່ວ​ໂລກ​ຮ່ວມ​ສະຫຼອງ​ກຸດ​ຈີນ" ສະ​ແດ​ງຢູ່ບຣິມິງ​ແຮມ​ຂອງ​ອັງກິດ
2017-02-03 16:19:30  cri 


ຕອນ​ຄ່ຳ​ວັນ​ທີ 2 ມັງກອນ​ນີ້, ງານ "ວັດທະນະທຳ​ຈີນ,ທົ່ວ​ໂລກ​ຮ່ວມ​ສະຫຼອງ​ກຸດ​ຈີນ" ​ໄດ້​ສະ​ແດງ​ຢູ່​ເມືອງບຣິມິງ​ແຮມ​ເມືອງ​ໃຫຍ່​ອັນ​ດັບ​ 2 ຂອງ​ອັງກິດ, ​ໂດຍການ​ສະ​ແດງ​ຂອງຄະນະ​ ​​ສິລະ​ປະ​ແລະ​ວັດ​ຊ້າ​ວຫຼິນ​​ແຂວງ​ເຫີ​ນານທີ່​ເຕັມ​ໄປ​ດ້ວຍ​ສະ​ເໜ່ຂອງຈີນນັ້ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ເຊີຍຫຼາຍ​ທີ່​ສຸດ.


ທ່ານ​ລູ​ໄຫ​ທຽນ ທີ່​ປຶກສາ​ທູດ​ຮັບຜິດຊອບ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ສະຖານທູດ​ຈີນ​ປະຈຳ​ອັງກິດ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ຄະນະ​ສິລະ​ປະ, ຂະນະ​ດຽວ​ກັນ​ເຈົ້າ​ໜ້າ​ທີ່​ໃນ​ວົງ​ການ​ການ​ເມືອງ​ຂອງ​ເມືອງບຣິມິ​ງ​ແຮມ​ກໍ​ໄດ້​ຊົມ​ເຊີຍ​ສູງ​ຕໍ່​ວັດທະນະທຳ​ຈີນ.​ ທ່ານ CarlRice ​ເຈົ້າ​ເມືອງ​ກິ​ຕິ​ມະ​ສັກ​ຂອງ​ເມືອງ​ບຣິມິ​ງ​ແຮມ​ກ່າວ​ວ່າ​ເປັນ​ການສະ​ແດງ​ທີ່​ປ່ຽມ​ລົ້ນ​ໄປ​ດ້ວຍ "Fantastic Show", ຂະນະ​ດຽວ​ກັນ​ກໍກ່າວ​ວ່າ,​ ຈີນ​ແມ່ນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່,​ "ວັດທະນະທຳ​ຈີນ,ທົ່ວ​ໂລກ​ຮ່ວມ​ສະຫຼອງ​ກຸດ​ຈີນ" ​ໄດ້​ນຳ​ເອົາ​ວັດທະນະທຳ​ຈີນ​ທີ່​ດີ​ເດັ່ນ​ມາສະ​ແດງ​ຢູ່​ອັງກິດ,​ ​ແລະການ​ແລກປ່ຽນ​ວັດທະນະທຳກໍແມ່ນ​ທິດ​ທາງ​ສຳຄັນ​ໃນ​ການ​​ເພີ່​ມທະວີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ