ລາຍ​ໄດ້​ຈາກ​ການທ່ອງທ່ຽວ​ໃນ 6 ມື້​ພັກ​ບຸນ​ກຸດ​ຈີນ​ບັນລຸ 400 ກວ່າ​ຕື້​ຢວນ
2017-02-03 16:36:01  cri 
    ອົງການ​ທ່ອງ​ທ່ຽວ​ແຫ່​ງຊາດ​ຈີນ​ປະກາດ​ໃນ​ວັນ​ທີ 2 ກຸມພາ​ນີ້​ວ່າ, ຕາມ​ຜົນ​ການ​ຄິດ​ໄລ່​​ໂດຍ​ລວມຂອງ​ສູນ​ຂໍ້​ມູນ​ຕົວ​ເລກ​ຂອງ​ອົງການ​ຕົນ, ທົ່ວ​ປະ​ເທດ​​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 27 ລ້ານ 4 ​ແສນ​ເທື່ອ​ຄົນ​ໃນ​ວັນ​ທີ 1 ກຸມພາ​ນີ້ ​ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 14,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ, ຂະນະ​ດຽວ​ກັນ ​ໄດ້​ສ້າງ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ 34 ຕື້​ຢວນ ​ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 14,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ເຊັ່ນ​ດຽວ​ກັນ.

    ​ທັງ​ນີ້ ເມື່ອ​ບວກ​​ຕົວ​ເລກ​ທີ່​ອົງການ​ດັ່ງກ່າວ​ປະກາດ​ກ່ອນ​ໜ້າ​ນີ້​ແລ້ວ​ເຫັນ​ວ່າ, ​ໃນ 6 ມື້​​ພັກ​ບຸນ​ກຸດ​ຈີນ, ຈີນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວຫຼາຍກວ່າ 323 ຕື້​ເທື່ອ​ຄົນ ​ແລະ​ສ້າງ​​ລາຍ​ໄດ້​ເຖິງ 401 ຕື້​ຢວນ.

    ກ່ອນ​ໜ້າ​ນີ້​ບໍ່​ດົນ​ຄື​ໃນ​ກາງ​ເດືອນ​ມັງກອນ​ຜ່ານ​ມາ, ອົງການ​ທ່ອງ​ທ່ຽວ​ແຫ່ງຊາດ​ໄດ້​ເຜີຍ​ແຜ່​ຄູ່​ມື​ການທ່ອງທ່ຽວ​ໃນ​ມື້​ພັກ​ບຸນ​ກຸດ​ຈີນ ​ໂດຍ​ຄາດ​ຄະ​ເນ​ວ່າ, ​ໃນມື້ພັກ​ບຸນ​ກຸດ​ຈີນ 2017 ຈະ​​ມີ​ຈຸດ​​ເດັ່ນ​ຄື ປະຊາຊົນ​ໄປ​ທ່ອງ​ທ່ຽວຫຼາຍ, ຜະລິດ​ຕະພັນ​ການທ່ອງທ່ຽວຫຼາຍ ​ແລະ​ການທ່ອງທ່ຽວ​ເພື່ອ​ສະຫຼອງບຸນ​ນັ້ນຄ່ອຍໆ​ກາຍ​ເປັນ​ຄ່າ​ນິຍົມ ​ແລະ​ຄາດ​ວ່າ, ​ໃນ 7 ມື້​ພັກ ຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈະ​ບັນລຸ​ເຖິງ 343 ຕື້​ເທື່ອ​ຄົນ ​ແລະ​ເພີ່ມ​ຂຶ້ນ 13,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ