ເຈົ້າໜ້າ​ທີ່​ມາ​ເລ​ເຊຍ​ຢືນຢັນ​ພ້ອມຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ
2017-02-04 11:27:12  cri 

ທ່ານ​ເຜິ​ງຢີ້ໝິນ ຜູ້​ຊ່ວຍ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ, ວັດທະນະທຳ ​ແລະ ສິ່ງ​ແວດ​ລ້ອມ​ລັດ​ຊາ​ບາ ປະ​ເທດ​ມາ​ເລ​ເຊຍ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 3 ກຸມພາ​ນີ້​ວ່າ: ອຳນາດ​ການ​ປົກຄອງ​ລັດ​ຕົນ​ໄດ້​ສ້າງຕັ້ງຄະນະ​ກຳມະການ​ສື​ບສວນ​ປະສົມຫຼາຍຂະ​ແໜງ​ຂຶ້ນ ​ເພື່ອ​ຮັບຜິດຊອບ​ຫາ​ສາ​ເຫດ​ທີ່​ພາ​​ໃຫ້​ເກີດ​ເຫດການ​ເຮືອຫຼົ້ມຢ່າງ​ເຖິງ​ຖອງ ​ແລະ ຈະ​ໃຊ້​ມາດ​ຕະການ​ປັບປຸງ​ຕະຫຼາດທ່ອງທ່ຽວ​ໃຫ້​ເປັນ​ຜົນ ເພື່ອຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ ລວມທັງ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ.

ທ່ານ ​ເຜິ​ງຢີ້ໝິນ ກ່າວ​ວ່າ: ຫຼັງ​ເກີດ​ເຫດການ​ເຮືອຫຼົ້ມ, ອຳນາດ​ການ​ປົກຄອງລັດ​ຊາ​ບາກໍ​​ໄດ້ປະຕິບັດ​ກົນ​ໄກ​ຮັບ​ມື​ສຸກ​ເສີນ​ທັນທີ ​​ໂດຍ​ການປະສານພົວພັນ​ກັບ​ສະຖານທູດ​ຈີນ​ປະຈຳ​ປະ​ເທດ​ຕົນ ​ແລະ ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ໂກ​ຕາ​ກີ​ນາ​ບາ​ລູ ຢ່າງ​ໃກ້ຊິດ ​ທັງໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ຄົ້ນຫາ​ຜູ້​ຫາຍ​ສາບ​ສູນ. ອີກ​ດ້ານ​ໜຶ່ງກໍ​​ຂຸ້ນຂ້ຽວປິ່ນປົວ​ແລະ​ປອບໃຈນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລ້ວນັ້ນ​ເປັນ​ຢ່າງ​ດີ. ຂະນະ​ທີ່​ໃນຕໍ່​ໜ້າ ນອກຈາກ​ຈະ​ສືບ​ຕໍ່​ຄົ້ນຫາ​ຜູ້​ຫາຍ​ສາບ​ສູນ ​ແລະ ປິ່ນປົວ​ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອນັ້ນ​ແລ້ວ, ປະ​ເທດ​ຕົນ​ຍັງ​ຈະ​ພ້ອມ​ກັບ​ສະຖານທູດ​ແລະ​ສະຖານ​ກົງສຸນ​ຈີນ​ປະຈຳ​ປະ​ເທດ​ຕົນ​​ເພື່ອ​ຈັດ​ສັນ​ຄອບຄົວ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຖິງ​ມາ​ເລ​ເຊຍ ​ແລະ ດຳ​ເນີນການ​ໄຊ້​ແທນ ທັງຍັງ​ຈະ​ປັບປຸງ​ຕະຫຼາດທ່ອງ​ທ່ຽວຂອງ​ປະ​ເທດ​ຕົນ​ໃຫ້​ດີ​ຂຶ້ນ.

ທ່ານ​ເຜິ​ງຢີ້ໝິນ ກ່າວ​ຕື່ມ​ວ່າ: ​ໃນ​ອາທິດ​ໜ້າ​ຈະ​ເປີດ​ເຜີຍ​ບົດ​ລາຍ​ງານການ​ສືບສວນ​ເບື້ອງ​ຕົ້ນ ​ແລະ ຈາກ​ນີ້ກໍຈະ​ສະ​ເໜີ​ຍັດ​ຕິ​ກ່ຽວ​ກັບ​ການ​ປັບປຸງ​ຂະ​ແໜງ​ການທ່ອງທ່ຽວປະ​ເທດ​ຕົນ.

ທັງ​ນີ້, ​ເຮືອ​ທ່ອງ​ທ່ຽວ​ທີ່​ບັນທຸກ​ນັກ​ທ່ອງ​ທ່ຽວຈີນ 20 ກວ່າ​ຄົນ​ລຳ​ໜຶ່ງ​ໄດ້​ຫຼົ້ມຢູ່​ເຂດ​ທະ​ເລ​ໃກ້​ລັດ​ຊາ​ບາ ປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 28 ມັງກອນ​ຜ່ານ​ມາ ຈາກ​ເຫດ​ດັ່ງກ່າວ​ໄດ້​ນັກ​ທ່ອງ​ທ່ຽວ 3 ຄົນ​ເສຍ​ຊີວິດ, ​ແຕ່​ກໍ​ມີ​ຈຳນວນ​ໜຶ່ງ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ. ຂະນະ​ທີ່ເຈົ້າໜ້າ​ທີ່​ຕຳຫຼວດມາ​ເລ​ເຊຍ ກໍ​ຢືນຢັນ​ວ່າ: ປັດຈຸບັນ​ຍັງ​ມີ​ນັກ​ທ່ອງ​ທ່ຽວ 5 ຄົນ ​ແລະ ລູກ​ເຮືອ 1 ຄົນ​ຍັງຫາຍ​ສາບ​ສູນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ