ຊາວ​ຟິລິບ​ປິນ​ໃຊ້​ສື່​ສັງຄົມ​ອອນລາຍ​ດົນທີ່​ສຸດ​ໃນ​ໂລກ
2017-02-04 14:20:14  cri 

​ເມື່ອ​ມໍ່ໆ​​ນີ້, ບໍລິສັດ​ອັງກິດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບທ່າ​ຂະຫຍາຍຕົວ​ຂອງ​ອິນ​ເຕີ​ເນັດວ່າ: ອີງ​ຕາມ​ຕົວ​ເລກ​ຜູ້​ຊົມ​ໃຊ້​ແຕ່ລະ​ເດືອນ​ຂອງ​ບໍລິສັດ​​ສື່​ສັງຄົມ​ອອນລາຍ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ປາກົດ​ວ່າ, ຊາວ​ຟິລິບ​ປິນຊົມ​ໃຊ້​​ສື່​ສັງຄົມ​ອອນລາຍເຟັສບຸກ ​ແລະ ທວິດ​ເຕີ​​ ສະ​ເລ່ຍ 4 ຊົ່ວ​ໂມງ 17 ນາທີຕໍ່​ມື້ ​ແລະ​ກາຍ​ເປັນ​ທີ​ໜຶ່ງ​ຂອງ​ໂລກ.

ບົດ​ລາຍ​ງານ​ຍັງ​ລະບຸ​ວ່າ: ຖັດຈາກ​ຟິລິບ​ປິນ​ແມ່ນ​ເບຣຊິນ ​ແລະ ອັກ​ຊັງ​ຕິນ, ຂະນະ​ທີ່​ອາ​ເມ​ລິ​ກາ​​ທີ່​ເປັນ​ປະ​ເທດມີ​ບໍລິສັດ​ສື່​ສັງຄົມ​ອອນລາຍຫຼາຍນັ້ນ, ປະຊາຊົນ​ຊົມ​ໃຊ້​ສື່​ສັງຄົມ​ອອນລາຍສະ​ເລ່ຍມີ​ພຽງ​ແຕ່ 2 ຊົ່ວ​ໂມງ 6 ນາທີ​ຕໍ່​ມື້ເທົ່າ​ນັ້ນ, ສ່ວນ​ຄົນ​ຍີ່ປຸ່ນ​ຊົມ​ໃຊ້​ໜ້ອຍ​ທີ່​ສຸດ ​ໂດຍ​ສະ​ເລ່ຍ​ພຽງ​ແຕ່ 40 ນາ​ທີຕໍ່ມື້ເທົ່າ​ນັ້ນ, ສ່ວນຄົນ​ຈີນ​ໃຊ້​ເວລາ​ສະ​ເລ່ຍ 1 ຊົ່ວ​ໂມ​ງ 50 ນາທີຕໍ່​ມື້.

ທັງ​ນີ້, ຟິລິບ​ປິນ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ຜູ້​ຊົມ​ໃຊ້​ສື່​ສັງຄົມ​ອອນລາຍໂລກເພີ່ມ​ຂຶ້ນອ່າວ​ໄວ ​ໂດຍ​ເດືອນ​ມັງກອນ​ຜ່ານ​ມາ, ຜູ້​ຊົມ​ໃຊ້​ສື່​ສັງຄົມ​ອອນລາຍຂອງ​ໂລກ​ໄດ້​ເພີ່ມ​ຂຶ້ນ 21%, ຂະນະ​ທີ່​ຟິລິບ​ປິນ​ໄດ້​ເພີ່ມ​ຂຶ້ນ 25% ​ເປັນ​ທີ 8 ​ໃນ​ໂລກ. ນອກ​ນີ້, ປະ​ເທດ​ໃນ​ອາ​ຊຽນລ້ວນ​ແຕ່​​ໄດ້ເພີ່ມ​ຂຶ້ນຢ່າງ​ຈະ​ແຈ້ງ ​ໂດຍເຄິ່ງໜຶ່ງຢູ່​ໃນ​ອັນ​ດັບແຕ່​ທີ 1 ຫາ​ທີ 10.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ