ທີ​ມລັອກ​ເກັດ​ຮຸສເຕິນຈັດ​ພິທີ​ອຳ​ລາ​ຊຸດຫຼິ້ນບານບ້ວງ​ເບີ 11 ​ໃຫ້​ຢາ​ວໝິງ
2017-02-04 16:10:09  cri 

ທີ​ມລັອກ​ເກັດຮຸສ​ເຕິ​ນ ​ໄດ້​ຈັດ​ພິທີ​ອຳ​ລາ​ຊຸດຫຼິ້ນບານບ້ວງ​ເບີ 11 ​ໃຫ້​ຢາ​ວໝິງ ອະດີດ​ນັກ​ກິລາ​ບານບ້ວງ​ທີ​ມຕົນ ​ໃນ​ຕອນ​ຄ່ຳ​ວັນ​ທີ 3 ກຸມພາ​ນີ້ ​ໂດຍ​ທ່ານ​ຢາ​ວໝິງ ພ້ອມ​ດ້ວຍ​ຄອບຄົວ​ເຂົ້າຮ່ວມ ​ເຊິ່ງພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນຢູ່​ສູນ​ໂຕ​ໂຢຕາ​ຮຸ​ສ​ເຕິ​ນ ຫຼັງ​ພັກ​ເຄິ່ງ​ເວລາລະຫວ່າງການ​ແຂ່ງຂັນ​ຂອງ​ທີ​ມລັອກ​ເກັດ-ທີ​ມບັນ​ສ໌ຊີ​ຄາ​ໂກ.

​ຕະຫຼອດ​ໄລຍະທີ່​​ໃຊ້​ຊີວິດເປັນ​ນັກ​ກິລາ​ໃນ NBA, ຢາ​ວໝິງ​​ສັງກັດທີ​ມລັອກ​ເກັດ​ມາໂດຍ​ຕະຫຼອດ ​ແລະ​ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ນັກ​ກິລາ​ເຂົ້າຮ່ວມ​ແຂ່ງຂັນ ALL STAR 8​ ​ເທື່ອ​ຕໍ່​ເນື່ອງ. ຂະນະ​ທີ່​ຕະຫຼອດ​ຫຼິ້ນບານ​ບ້ວງ​ໃນ NBA ນັ້ນ, ຢາ​ວໝິງສາມາດ​ຊຸດ​ບານໄດ້ 19 ຄະ​ແນນ, ຍາດ​ບານ​ຢູ່​ແປ້ນ​ບ້ວງ​ໄດ້ 9,2 ໜ່ວຍ ​ແລະ ປັດ​ບານ​ອອກ​ຈາກ​ປາກ​ບ້ວງ​ໄດ້ 1,9 ໜ່ວຍ ສະ​ເລ່ຍຕໍ່​ເກ​ມ. ເນື່ອງ​ຈາກ​ໄດ້​ຮັບ​ບາດ​ເຈັບ​ສາຫັດ, ຢາ​ວໝິງຈຳ​ເປັນ​ຕ້ອງ​ລາ​ອອກ​ຈາກ​ວົງ​ການ​ບານບ້ວງ​ເມື່ອ​ປີ 2011 ​ແລະ ​​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ສະມາຊິກອະນຸສອນ​ສະຖານ​ລະນຶກ​ນັກ​ກິລາ​ບານບ້ວງ​ທີ່​ມີ​ຊື່​ສຽງໄນ​ສະ​ມິ​ສ(Naismith Memorial Basketball Hall of Fame) ​​ເມື່ອ​ປີຜ່ານມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ