ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບກ່າວ​ເນັ້ນ​ວ່າ​ຈະ​ສະກັດ​ກັ້ນ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາ​ຍ
2017-02-04 16:47:31  cri 

ວັນ​ທີ 3 ກຸມພາ​ນີ້, ຜູ້ນຳ​ 28 ປະ​ເທດ​ໃນ​ສະຫະພາບ​ເອີ​ລົບ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຢູ່​ວາ​ເລ​ຕາ ນະຄອນຫຼວງປະ​ເທດ​ມານ​ຕາ​ໄດ້​ອອກ​​ຖະ​ແຫຼ​ງການ​ມານ​ຕາ. ​ໂດຍ​ຢໍ້າວ່າ​ສະຫະພາບ​ເອີ​ລົບ​​ເນັ້ນ​ໜັກການ​ປົກ​ປັກ​ຮັກສາ​ຊາຍ​ແດນ​ທາງ​ນອກ ​ເພື່ອ​ສະກັດ​ກັ້ນ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ​, ​ທັງໄດ້ປະກາດ​ 10 ​ບຸລິມະສິດທີ່​ເພີ່ມທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຟຼິກາ​ເໜືອ​ຄື​ລີ​ບີ​ເປັນ​ຕົ້ນ ​ເພື່ອ​ສະກັດ​ກັ້ນ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ​ຕາມ​​ເສັ້ນທາງ​ພາກ​ກາງຂອງ​ທະ​ເລ​ເມ​ດິ​​ແຕຣາ​ເນ.

ຖະ​ແຫຼ​ງການ​ຊີ້​ອອກ​ວ່າ, ລີ​ບີ​ກາຍ​ເປັນ​ປະ​ເທດຕົ້ນຕໍ​ຂອງ​ຄົນ​ທີ່ເຂົ້າ​ສະຫະພາບ​ເອີ​ລົບຢ່າງ​ຜິດ​ກົດໝາຍ, ​ເຊິ່ງຈຸດ​ນີ້ສະຫະພາບ​ເອີ​ລົບ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​​ອາ​ຟຼິກາ​ເໜືອ​ຄື​ລີ​ບີ​ເປັນ​ຕົ້ນ​ແລະ​ປະ​ເທດ​​ໃກ້​ຄຽງ​ທີ່ຢູ່​ທິດ​ໃຕ້​ຂອງ​ທ​ະ​ເລ​ຊາຍ​ຊາ​ຮາຣາ.

ພາຍຫຼັງ​ສະຫະພາບ​ເອີ​ລົບ​ແລະ​ຕວກກີ​ບັນລຸ​ສັນຍາ​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບໃນ​ເດືອນ​ມີນາ​ປີ​ຜ່ານ​ມາ, ຈຳນວນຊາວ​ອົບ​ພະຍົບ​ໃນ​ພາກ​ຕາ​​ເວັນອອກ​ກາງ​ທີ່​ຮອດ​ເອີ​ລົບ​ຈາກ​ທະ​ເລ​ເອຈິນຫຼຸດ​ລົງ. ​ແຕ່​ວ່າ, ຈຳນວນ​ຊາວ​ອົບ​ພະຍົບອາ​ຟຼິກາ​ເໜືອ​ທີ່​ຕ້ອງການ​ເຂົ້າ​ເອີ​ລົບ​ຈາກ​ພາກ​ກາງຂອງທະ​ເລ​ເມ​ດິ​​​ເທີ​ແຕຣາ​ເນ​ພັດຫຼາຍ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ