ລາວຍົກເລີກການປະກອບເອກະສານຫຼາຍຂັ້ນຕອນຕໍ່ນັກທ່ອງທ່ຽວ
2017-02-04 17:01:11  cri 

ຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ນັກທ່ອງທ່ຽວຈາກປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ສາມາດນຳໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນໄປທ່ອງທ່ຽວຫຼາຍແຂວງໄດ້ ເຊິ່ງຫຼັກການອະນຸຍາດທ່ອງທ່ຽວສຳລັບຜູ້ນຳໃຊ້ປຶ້ມຜ່ານແດນ ແລະ ໃບຜ່ານແດນມີຄື: ນັກທ່ອງທ່ຽວທີ່ເດີນທາງມາດ້ວຍຕົນເອງແມ່ນອະຍຸດຍາດໄປຕາມຂອບເຂດທີ່ໄດ້ກຳນົດໄວ້ໃນສັນຍາລະຫວ່າງປະເທດ;ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໂດຍມີການບໍລິການຈາກບໍລິສັດທ່ອງທ່ຽວຂອງລາວແມ່ນອະນຸຍາດໃຫ້ເດີນທາງໄປຫຼາຍແຂວງຕາມລາຍການນຳທ່ຽວທີ່ໄດ້ກຳນົດໄວ້ ແລະ ຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ; ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ສປປ ລາວຕ້ອງເຂົ້າ-ອອກ ຕາມດ່ານທີ່ທາງການໄດ້ກຳນົດໄວ້ ແລະ ຕາມລາຍການຂອງບໍລິສັດທ່ອງທ່ຽວ;ບໍລິສັດທ່ອງທ່ຽວໃດໜຶ່ງເມື່ອມີບໍລິການນັກທ່ອງທ່ຽວຕ້ອງສະເໜີຂໍເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວຕິດຕາມ ເພື່ອຮັກສາຄວາມປອດໄພທຸກຄັ້ງຕາມຄວາມເໝາະສົມ.

ໃນນັ້ນບໍລິສັດບໍລິການນຳທ່ຽວ ໃນ ສປປ ລາວ ທີ່ໃຊ້ປື້ມຜ່ານແດນ ແລະ ໃບຜ່ານແດນແມ່ນສາມາດນຳທ່ຽວຕາມຂອບເຂດຄື: ພາກເໜືອຕອນເທິງ ແມ່ນຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ແລະ ສາມາດທ່ອງທ່ຽວແຂວງຫຼວງພະບາງໄດ້; ພາກເໜືອຕອນລຸ່ມແມ່ນແຂວງຫົວພັນ, ຊຽງຂວາງ, ໄຊຍະບູລີ ແລະ ຫຼວງພະບາງ; ພາກກາງແມ່ນ ນະຄອນຫລວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ແລະ ສະຫວັນນະເຂດ; ພາກໃຕ້ແມ່ນແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ຂໍ້ຕົກລົງສະບັບດັ່ງກ່າວນຳໃຊ້ສຳລັບນັກທ່ອງທ່ຽວຈາກບັນດາປະເທດ ທີ່ມີຊາຍແດນຕິດກັບ ສປປ ລາວ ຄື: ໄທ, ຈີນ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ. ສາມາດໃຊ້ປື້ມຜ່ານແດນ ແລະໃບຜ່ານແດນ ເຂົ້າມາທ່ອງທ່ຽວໃນ ສປປ ລາວ ແລະ ມີຜົນບັງຄັບໃຊ້ໃນຂອບເຂດຂອງ ສປປ ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ