ໃນ​ໄລຍະ​ມື້​ພັກ​ບຸນ​ກຸດ​ຈີນ ຂະ​ແໜງ​ຄົມມະນາຄົມ​ບໍລິການ​ຜູ້​ໂດຍສານຫຼາຍກວ່າ 400 ລ້ານ​ເທື່ອ​ຄົນ
2017-02-04 16:13:46  cri 
    ​ເຈົ້າໜ້າ​ທີ່ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 3 ກຸມພາ​ນີ້​ວ່າ, ​ໃນ​ໄລຍະ​ມື້​ພັກ​ບຸນ​ກຸດ​ຈີນ​ຄື​ແຕ່​ວັນ​ທີ 27 ມັງກອນ​ຜ່ານ​ມາ​​ເຖິງວັນ​ທີ 2 ກຸມພາ​ນີ້, ຂະ​ແໜງ​ຂອງ​ຕົນ​ໃນທົ່ວ​ປະ​ເທດ​ໄດ້ບໍລິການຜູ້​ໂດຍສານ 408 ລ້ານ​ເທື່ອ​ຄົນ ​ເຊິ່ງເພີ່ມ​ຂຶ້ນ 2,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

    ເຈົ້າໜ້າ​ທີ່​ກະຊວງ​ດັ່ງກ່າວ​ເປີດ​ເຜີຍ​ວ່າ: ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ມີລົດ​ທີ່​ແລ່ນ​ຜ່ານ​ເສັ້ນທາງ​ທີ່ເສຍ​ຄ່າທາງ​ໃນ​ທົ່ວ​ປະ​ເທດ ​ເຖິງ 240 ລ້ານ 1 ​ແສນ 6 ໝື່ນ 3 ພັນ​ຄັນ ​ເຊິ່ງ​ເພີ່ມ​ຂຶ້ນ 12,75% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ທັງ​ນີ້ ກະຊວງ​ຂອງ​ຕົນ​ກໍໄດ້​ຍົກ​ເວັ້ນການ​ເກັບ​ເງິນຄ່າ​ຜ່ານ​ເສັ້ນທາງທີ່​ມີ​ມູນ​ຄ່າ​ເຖິງ 8 ຕື້ 702 ລ້ານ​ຢວນ ​ເຊິ່ງ​ເພີ່ມ​ຂຶ້ນ 17,4%. ສຳລັບ​ຮູບ​ແບບ​ການ​​ເດີນທາງ​ນັ້ນກໍ​ເ​ຫັນ​ວ່າ, ມີ 336 ລ້ານ​ເທື່ອ​ຄົນ​ເດີນທາງດ້ວຍ​ທາງຫຼວງ, ​ເພີ່ມ​ຂຶ້ນ 0,8%; ດ້ວຍ​ທາງ​ລົດ​ໄຟ 51 ລ້ານ 9 ​ແສນ 9 ໝື່ນ​ເທື່ອ​ຄົນ ​ເພີ່​ມຂຶ້ນ 8,8%; ດ້ວຍ​ການບິນ​ພົນລະ​ເຮືອນ 9 ລ້ານ 8 ​ແສນ 2 ໝື່ນ​​ເທື່ອ​ຄົນ ​ເພີ່​ມຂຶ້ນ 14,9% ​ແລະດ້ວຍ​ເຮືອ 10 ລ້ານ 3 ​ແສນ 5 ໝື່ນ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 3,5%.

    ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ​​ຜູ້​ໂດຍສານ ສ​ະ​ເລ່ຍ​ໃຊ້​ໄລຍະ​ເດີນທາງ 262 ກິ​ໂລ​ແມັດ. ຂະນະ​ດຽວ​ກັນ ​ໄລຍະ​​ເດີນທາງກໍ​ສັ້ນກວ່າ​ຢ່າງ​ຈະ​ແຈ້ງ ​ໂດຍສັ້ນກວ່າ 500 ກິ​ໂລ​ແມັດ​​ເຊິ່ງກວມ​ປະມານ 87,8% ​ແລະ​ສ່ວນຫຼາຍກໍ​ເລືອກ​ເດີນທາງ​ພາຍ​ໃນ​ແຂວງ​ຕົນ ​ເຊິ່ງກວມ​ປະມານ 65,5%. ຈາກ​ນີ້​ຈຶ່ງເຫັນ​ວ່າ, ​ເປົ້າໝາຍ​ຂອງຜູ້​ທີ່​ໄປ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ​ໄດ້​ກວມ​ເຖິງ 78%, ຂະນະ​ທີ່​ຜູ້​ໄປ​ທ່ອງ​ທ່ຽວ​ກວມພຽງ​ແຕ່ 14% ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ