​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ
2017-02-05 13:55:23  cri 
ຫວ່າງ​ມໍ່ໆ​ມາ​ນີ້, ອົງການ​ກອງ​ທຶນ​ເງິ​ນຕາ​ສາກົນ ຫຼື IMF ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ2016ຈັງຫວະ​ການ​ເຕີບ​ໂຕຂອງ​ເສດຖະກິດ​​ອິນ​ໂດ​ເນ​ເຊຍ​ໄດ້​​ເພີ່ມຈາກ4,8%​ໃນ​ປີ2015 ​ຂຶ້ນ​ເປັນ 5%, ​ເຊິ່ງ​ເປັນ​ລະດັບ​ສູງ​ສົມຄວນ​ໃນ​ກຸ່ມ​ເສດຖະກິດ​ຕ່າງໆ​ທີ່​ຈະ​ເລີ​ນ​ໃໝ່.

ບົດ​ລາຍ​ງາ​ນດັ່ງກ່າວ​ລະບຸວ່າ, ​ເສດຖະກິດ​ຂອງ​ອິນ​​ໂດ​ເນ​ເຊຍ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​​ແລະ​ຕໍ່​ເນື່ອງ​ນັ້ນໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ນະ​ໂຍບາຍ​ເສດຖະກິດ​ທີ່​ໝັ້ນ​ທ່ຽງ​ແລະ​ການ​ບໍລິ​ໂພ​ກ​ໃນ​ຄອບຄົວ​ເພີ່ມ​ຂຶ້ນ. ບົດ​ລາຍງານ​ຊີ້​ອອກ​ວ່າ,​ຄຽງ​ຄູ່​ກັບ​ຜູ້​ບໍລິ​ໂພ​ກມີ​ກຳລັງ​ການຊື້​ເພີ່ມ​​ຂຶ້ນ, ການ​ບໍລິ​ໂພ​ກ​ໃນ​ຄອບຄົວ​ໄດ້​ກາຍ​ເປັນ​ແຮງ​ຊຸກຍູ້​ທີ່​ສຳຄັນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ອິນ​ໂດ​ເນ​​ເຊຍ; ​ເມື່ອ​ສັງ​ເກດ​ທ່າ​ອ່ຽງ​ໄລຍະ​ກາງ​ແລ້ວ, ອິນ​ໂດ​ເນ​ເນ​ເຊຍ​ຕ້ອງ​ເພີ່ມ​ການ​ລົງທຶນ​​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ເຕີບ​​ໂຕ​ຢ່າງ​ຕໍ່​ເນື່ອງ​​ແລະ​ໄວ​ຂຶ້ນ.

ນອກ​ນີ້, ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ປະຕິບັດ​ມາດ​ຕະການ​ປະຕິ​ຮູບ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ. ​ເຊິ່ງມາດ​ຕະການ​ເຫຼົ່າ​ນີ້​ລວມທັງ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ, ຫຼຸດຜ່ອນ​ການ​ຈຳກັດຈາກ​ລັດຖະບານ, ​ເປີດ​ກວ້າງ​ຂົງ​ເຂດ​​ເສດຖະກິດຕໍ່​ການ​ລົງທຶນພາກ​ເອກະ​ຊົນ ​ແລະ​ອື່ນໆ.

​ໂດຍ​ມອງ​ສູ່​ອະນາຄົດ,​ບົດ​ລາຍ​ງານ​ດັ່ງກ່າວ​ເ​ຫັນ​ວ່າ, ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ຍັງ​ຈະປະ​ເຊີນກັບ​ສິ່ງ​ທ້າ​ທາຍ​ຈາກ​ປັດ​ໄຈ​ບໍ່​ແນ່ນອນຕ່າງໆ​ໃນ​ໂລກ, ​ແຕ່​ກໍຄາດ​ຄະ​ເນ​ວ່າ,​ປີ2017​​ຈັງຫວະ​ເຕີບ​​ໂຕຂອງ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ຈະ​ເພີ່ມ​ຂື້ນ​​ເປັນ5,1%,​ແລະອັດຕາ​ເງິນ​ເຟີ້​ຈະ​ຈາກ3,2%​ໃນ​ທ້າຍປີ2016ຂຶ້ນ​ເປັນ4,5%​ໃນ​ປີ2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ