​​ ຈີ​ເລ​ປະກາດ​ຍົກ​ເລີກ​ພາວະ​ສຸກ​ເສີນຫຼັງໄຟ​ໄໝ້​ປ່າໄດ້​ຮັບ​ການ​ຄວບ​ຄຸມ
2017-02-05 14:12:05  cri 
​ໃນ​ວັນທີ4ກຸມພາ​ນີ້,ລັດຖະບານ​ຈີ​ເລ​ໄດ້​ປະກາດ​ຍົກ​ເລີກ​ພາວະ​ສຸກ​ເສີນຫຼັງ​​ໄຟ​ໄໝ້​ປ່າທີ່​ແຜ່​ລາມ​ໃນ​ບໍລິ​ເວນ​ໃນ​ທົ່ວ​ປະ​ເທດຕົນໄດ້​ຮັບ​ການ​ຄວບ​ຄຸມ​.

ມື້​ດຽວ​ກັນ,​ ທ່ານ​ນາງ​ມີ​ເຊ​ວ ບາ​ເຊ​ເລັດ, ປະທານາທິບໍດີ​ຈີ​ເລ​ປະກາດ​ວ່າ, ປັດຈຸບັນ​ບໍ່​ມີ​ການ​ລາຍ​ງານກ່ຽວ​ກັບ​ໄຟ​ໄໝ້​ເກີດ​ຂຶ້ນໃໝ່, ຂະນະ​ທີ່​ຈຸດໄຟ​ໄໝ້​​ເຫຼືອ​ນັ້ນສ່ວນ​ຫຼາຍ​ກໍ​ສາມາດ​ຄວບ​ຄຸມ​ໄວ້​ໄດ້​ແລ້ວ. ນອກ​ນີ້,​ທາງ​ການຈີ​ເລ​ໄດ້​ປະກາດ​ວ່າ, ອັກຄີ​ໄພ​ທີ່​ຖືກ​ທ່ານ​ນາງ​ບາ​ເຊ​ເລັດ​ເອີ້ນ​ວ່າ"​ເປັນ​ອັກຄີ​ໄພ​ທີ່ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ຕົນ"​​​ເທື່ອ​ນີ້​ໄດ້​ແຜ່​ລາມ​ໃນ​ບໍລິ​ເວນກວ້າງ​ກວ່າ5​ແສນ8ໝື່ນ​ເຮັກຕາ, ສົ່ງ​ຜົົນ​ເຮັດ​ໃຫ້11ຄົນ​ເສຍ​ຊີວິດ,​​ເຮືອນ1610ຫຼັງ​ພັງ​ທະລາ​ຍ, ຜົນ​ເສຍ​ຫາຍ​ດ້ານ​ເສດຖະກິດ​ມີ​ເຖິງ333ລ້ານ​ໂດ​ລາ.

ປັດຈຸບັນ, ຈີ​ເລ​ໄດ້​ເລີ່​ມປະຕິບັດ​ແຜນການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ, ​ໂດຍລັດຖະບານ​ຈະ​ຈັດ​ງົບປະມານ​ທີ່​ຈຳ​ເປັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ, ​ເຊັ່ນ​ໂຮງຮຽນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ