ການ​ຮ້ອງ​ຂໍ​​ເປັນ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ2024​​ເຂົ້າ​ສູ່​ໄລຍະ​ແຂ່ງຂັນ​ສຸດ​ທ້າຍ
2017-02-05 15:28:02  cri 
ວັນ​ທີ3ກຸມພາ​ນີ້, ​ເມືອງລອສ​ແອ​ງ​ເຈີ​ລິ​ສ, ນະຄອນຫຼວງ​ປາຣີ​ແລະ​ນະຄອນຫຼວງ​ບູດາ​ແປັດ​ສ໌​ໄດ້ປະກອບ​ເອກະສານ​ ​ກ່ຽວ​ກັບການ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ2024​ສ່ວນ​ສຸດ​ທ້າຍໃຫ້​​ແກ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຢ່າງ​ເປັນ​ທາງ​ການ, ​ເຊິ່ງໝາຍ​ເຖິງ​ການ​ແຂ່ງຂັນ​ເປັນ​ເຈົ້າພາບຂອງ3ຕົວ​ເມືອງ​ດັ່ງກ່າວ​ໄດ້​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ.

​ເອກະສານ​ທີ່3ຕົວ​ເມືອງ​ດັ່ງກ່າວ​ຍື່ນ​ໃຫ້ໃນ​ຄັ້ງ​ນີ້​​ໄດ້ພົວພັນ​ເຖິງ​ການຈັດ​ການ​ແຂ່ງຂັນ,​ຄວາມ​ຮູ້ສຶກ​ໃນ​ການ​ແຂ່ງຂັນ, ​ແລະ​ການ​ນຳ​ໃຊ້​ສະໜາມກິລາ​​ໃນ​ພາຍຫຼັງ​. ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ວ່າ, 3ຕົວ​ເມືອງ​ດັ່ງກ່າວ"​ໄດ້​ເຂົ້າ​ສູ່​ໄລຍະ​​ແຂ່ງຂັນສຸດ​ທ້າຍ​ໃນ​ການ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບງານ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ."

ຂ່າວ​ແຈ້ງ​ວ່າ,​ການ​ສຳ​ຫຼວດ​ແລະ​ປະ​ເມີນ​ຕໍ່​ບັນດາຕົວ​ເມືອງ​ທີ່​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈະ​ດຳ​ເນີນ​ແຕ່ເດືອນ​ເມສາ​ຫາ​ເດືອນ​ພຶດສະພາ​ປີ​ນີ້, ​ແລະຄະນະ​ກຳມະການ​ໂອລິ​ມປິກ​ສາກົນ​ຈະ​ຕັດສິນ​ວ່າ​ຕົວ​ເມືອງ​ໃດ​​ໄດ້ຮັບ​ສິດ​​ເປັນເຈົ້າພາບ​​ຂອງ​ງານ​ໂດຍຜ່ານ​ການ​ລົງ​ຄະ​ແນນ​ສຽງ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ລີ​ມາ​ປະ​ເທດ​ເປ​ຣູ​ໃນ​ເດືອນ​ກັນຍາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ