ອັ​​ຟກາ​ນີສະຖານ​ຊົມ​ເຊີຍອົງການ​ສະຫະ​ປະຊາ​ຊາດທີ່​ຍົກ​ເລີກ​ການ​ຂວໍ້າ​ບາດ​ຕໍ່​ຜູ້ນຳ​ພາ​ພັກ​ອິສລາ​ມິກ
2017-02-05 17:09:52  cri 
​ທ່ານ​ໂມ​ຮາ​ມັດ ອາກຣາມ,​ທີ່​ປຶກສາ​ການ​ເມືອງ​ຂອງ​ປະທານາທິບໍດີ​ອັ​ຟກາ​ນີສະຖານ​ກ່າວ​ໃນວັນ​ທີ4ກຸມພາ​ນີ້ວ່າ, ລັດຖະບານ​ອັຟກາ​ນີສະຖານສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ​ທີ່​ຍົກ​ເລີກ​ການຂວໍ້າ​ບາດ​ຕໍ່​ທ່ານ​ກຸນ​ບຸດ​ດິນ ​ເຮັກ​ມັດ​ຢາ, ຜູ້ນຳ​​ພັກ​ອິສລາ​ມິກ.

ທັງ​ນີ້,​ທ່ານ​ອາກຣາມ​ໄດ້ກ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ດັ່ງກ່າວ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ທຳ​ການ​ຕົກລົງ​ດັ່ງກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ເປັນ​ການ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງອັຟກາ​ນີສະຖານ, ມີ​ຜົນ​ດີ​ຊ່ວຍ​ເຫຼືອ ອັຟກາ​ນີສະຖານ​ບັນລຸ​ຄວາມ​ປອງ​ດອງ​ກັນ​ກັບ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​​ໂດຍ​ຜ່ານການ​ເຈລະຈາ ​ການ​ເມື​ອງ.

ທ່ານອາກຣາມ​ກ່າວ​ຕື່ມ​ວ່າ,​ປັດຈຸບັນ,​ລັດຖະບານປະ​ເທດ​ຕົນ​ແລະ​ພັກ​ອິສລາ​ມິກພວມ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ສັນຕິພາບ​ທີ່​ສອງ​ຝ່າຍ​ເຊັນ​ກັນ​ໃນ​ເດືອນ​ກັນຍາ​ປີຜ່ານມາ, ​ແລະກະກຽມ​ເພື່ອ​ຕ້ອນຮັບ​ທ່ານ​ເຮັກ​ມັດ​ຢາ​ກັບ​ຄືນ​ນະຄອນຫຼວງ​ກາ​ບູນ​ໃນ​ໄວໆ​ນີ້. ຂະນະ​ດຽວ​ກັນ,ທ່ານ​ອາກຣາມຍັງ​ຮຽກຮ້ອງ​ໃຫ້​ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ອື່ນໆ​ຈົ່ງ​ຢຸດຕິ​ການ​ປະ​ທະ​ກັນ​ໂດຍ​ໄວ, ພ້ອມ​ກັນ​ເຂົ້າ​ຮ່ວມຂະ​ບວນການ​ສັນຕິພາບ​ຂອງ​ຊາດ.

ຂ່າວ​ແຈ້ງວ່າ, ວັນ​ທີ3ກຸມພາ​ນີ້,​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ຍົກ​ເລີກ​ການ​ຂວໍ້າ​ບາດ​ຕໍ່​ທ່ານ​ເຮັກ​ມັດ​ຢາ, ​ເພື່ອ​ສະໜັບສະໜູນ​ລັດຖະບານ ອັຟກາ​ນີສະຖານບັນລຸ​ຄວາມ​ປອງ​ດອງ​ກັນ​ກັບ​ພັກ​ອິສລາ​ມິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ