ປະທານາທິບໍດີ​ຟິລິບ​ປິນປະກາດ​ຢຸດ​ການ​ເຈລະຈາ​ສັນຕິພາບ​ກັບ​ພັກ​ຄອມ​ມູນິດຟິລິບ​ປິນ
2017-02-05 17:05:15  cri 
ຫຼັງ​ປະກາ​ດສິ້ນ​ສຸດ​ການ​ຢຸ​ດຍິງ​ແຕ່ຝ່າຍ​ດຽວ​ຕໍ່​ພັກ​ຄອມ​ມູນິດຟິລິບປິນ​​ໜຶ່ງ​ວັນ, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນປະກາດ​ໃນວັນ​ທີ 4 ກຸມພານີ້ວ່າ, ລັດຖະບານ​ຈະຢຸດ​ການ​ເຈລະຈາ​ສັນຕິພາບ​ກັບ​ພັກ​ຄອມ​ມູນິດຟິລິບ​ປິນ.

ທັງ​ນີ້, ທ່ານດູ​ເຕີ​ເຕ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ​ຢູ່​ເມືອງ​ດາ​ວາວທາງພາກ​ໃຕ້ຟິລິບ​ປິນ​ວ່າ, ຕົນ​ຈະ​ຊີ້​ນຳ​ໃຫ້ຜູ້​ແທນລັດຖະບານຖອນ​ອອກ​ຈາກ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ລັດຖະບານປະ​ເທດ​ຕົນກັບ​ແນ​ວ​ໂຮມປະຊາທິປະ​ໄຕ​ທົ່ວ​ປະ​ເທດ​ທີ່​ນຳພາ​ໂດຍ​ພັກ​ຄອມ​ມູນິດຟິລິບ​ປິນທີ່​ຕາມ​ກຳນົດ​ຈະ​ຈັດ​ຂຶ້ນ​ຢູ່​​ໂຮ​ນລັງໃນ​ເດືອນກຸມພາ​ນີ້.

​ຂະນະ​ທີ່ພັກ​ຄອມ​ມູນິດຟິລິບ​ປິນ​ໄດ້ອອກ​ຖະ​ແຫຼ​ງການ​ໃນວັນ​ທີ 1 ກຸມພາ​ນີ້​ວ່າ, ​ເນື່ອງ​ຈາກ​ທ່ານ​ດູ​ເຕີ​ເຕ​ບໍ່​ໄດ້​ຕອບ​ສະໜອງ​ຄຳ​ຮຽກຮ້ອງຂອງພັກ​ຄອມ​ມູນິດຟິລິບ​ປິນທີ່​ໃຫ້​ປ່ອຍ​ນັກ​ໂທດ​ການ​ເມືອງ​ຫຼາຍ​ຮ້ອຍ​ຄົນ, ພັກ​ຄອມ​ມູນິດຟິລິບ​ປິນຈຶ່ງຕົກລົງ​ຢຸດຕິການ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ຕໍ່​ລັດຖະບານ​ນັບ​ແຕ່ວັນ​ທີ 10 ​ກຸມພາ​ເປັນຕົ້ນ​ໄປ.

ຂະນະ​ດຽວ​ກັນ, ທ່ານດູ​ເຕີ​ເຕ​ກ່າວ​ໃນວັນ​ທີ 4 ກຸມພານີ້​ວ່າ, ​ໃນ​ບັນຫາການ​ເຈລະຈາ​ສັນຕິພາບ​ກັບພັກ​ຄອມ​ມູນິດຟິລິບ​ປິນ, ຕົນ​ໄດ້ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ແລ້ວ, ​ແຕ່​ບໍ່​ອາດ​ສາມາດ​ເຫັນດີ​ນຳ​ຄຳ​ຮຽກຮ້ອງ​ທີ່​ໃຫ້​ປ່ອຍສະມາຊິກພັກ​ຄອມ​ມູນິດຟິລິບ​ປິນ​ປະມານ 400 ຄົນ​ນັ້ນ​ໄດ້ ຈຶ່ງ​ອອກຄຳ​ສັ່ງ​ໃຫ້​ກອງທັບກະກຽມ​ເປັນ​ຢ່າງ​ດີ​ເພື່ອຕໍ່ສູ້​​ເປັນ​​ໄລຍະຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ