ອາ​ເມ​ລິ​ກາລະງັບລັດຖະດຳລັດທີ່ຈຳກັດຊາວ​ອົບ​ພະຍົບ​ເຂົ້າເມືອງ
2017-02-05 17:21:16  cri 

ວັນ​ທີ 3 ກຸມພາ​ນີ້, ທ່ານ​ແຈ​ມ ​ໂຣ​ບາດ ຜູ້​ພິພາກສາ​ສານ​ທ້ອງ​ຖິ່ນ​ສະຫະລັດ​ເຂດ​ຕາ​ເວັນ​ຕົກ​​ລັດ​ວໍ​ຊິງ​ຕັນ​ອາ​ເມ​ລິ​ກາ​ໄດ້​ມີ​ການ​ຕັດສິນ​ໃຫ້​ລະງັບ​ລັດຖະດຳລັດ​ຈຳກັດ​ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ທີ່​ປະກາດ​ໃຊ້​ໂດຍທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນບໍລິ​ເວນ​ທົ່ວ​ປະ​ເທດ. ​, ຈາກ​ນີ້, ກະຊວງ​ຮັກສາ​ຄວາມ​ໝັ້ນຄົງ​ດິນ​ແດນ​ຂອງ​ອາ​ເມ​ລິ​ກາ​ປະກາດກໍ​ໄດ້​ອອກ​ຖະ​ແຫຼ​ງການ ໃນວັນ​ທີ 4 ກຸມພາ​ນີ້ວ່າ​ຈະ​ຢຸດ​ການ​ປະ​ຕິ​ບັດ​ລັດຖະດຳລັດດັ່ງກ່າວ​ເປັນ​ການ​ຊົ່ວຄາວ​ຢ່າງຮອບດ້ານ.

ຖະ​ແຫຼ​ງການ​ລະບຸວ່າ, ອີງ​ຕາມ​ການ​ຕັດສິນ​ຂອງ​ຜູ້​ພິພາກສາ​ສະຫະລັດ, ຕ້ອງ​ຢຸດ​​ການ​ປະຕິບັດ​ລັດຖະດຳລັດດັ່ງກ່າວ​ຂອງ​ປະທານາທິບໍດີ​​ທັນທີ. ຂະນະ​ທີ່ກະຊວງຮັກສາ​ຄວາມ​ໝັ້ນຄົງ​ດິນ​ແດນ​ຂອງ​ອາ​ເມ​ລິ​ກາ​ຈະ​ຟື້ນ​ຟູ​ຮູບ​ການ​ກວດກາ​​ຜູ້​ໂດຍສານ​ເຂົ້າ​ເມືອງ​ຄື​ການ​ປະຕິບັດ​ຜ່ານ​ມາ.

ວັນ​ທີ 27 ​ມັງກອນ​ຜ່ານ​ມາ, ທ່ານ​ທຣຳ​ໄດ້​ອອກລັດຖະດຳ​ລັດ​ໂດຍຫ້າມ​ບໍ່​ໃຫ້​​ຊາວ​ອົບ​ພະຍົບລີ້​ໄພທົ່ວ​ໂລກ​ແລະ​ພົນລະ​ເມືອງຂອງ7ປະ​ເທດ​ໃນອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟີຼກາ​ເໜືອ​ເຂົ້າ​ເມືອງ. ອີງ​ຕາມ​ຄຳ​ສັ່ງດັ່ງກ່າວ​, ອາ​ເມ​ລິ​ກາ​ຈະ​ຫ້າມບໍ່​​ໃຫ້​ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ເປັນການ​ຊົ່ວຄາວ​ພາຍ​ໃນ 120 ມື້ຕໍ່ໜ້າ, ຢຸດຕິ​ການ​ອອກວິຊາ​ໃຫ້​ພົນລະ​ເມືອງ 7 ປະ​ເທດ ຄື ອີຣານ, ຊູ​ດັງ, ຊີຣີ, ລີ​ບີ, ​ໂຊ​ມາລີ, ​ເຢ​ແມນ ​ແລະ ອີຣັກພາຍ​ໃນ 90 ມື້​ຕໍ່ໜ້າ, ​ແລະ​ຫ້າມ​ບໍ່​ໃຫ້​ຊາວ​ອົບ​ພະຍົບຊີຣີ​ເຂົ້າ​ສູ່​ອາ​ເມ​ລິ​ກາຢ່າງ​ບໍ່​ມີ​ກຳນົດ.

ຫຼັງ​ປະກາດ​ໃຊ້​ລັດຖະດຳລັດ​​ດັ່ງກ່າວ​, ​ກໍຖືກປະຊາຊົນ​ຈາກ​ແຫ່ງຕ່າງໆ​ທົ່ວປະ​ເທດ​ອາ​ເມ​ລິ​ກາ​​ປະ​ທ້ວງ​ແລະ​ຖືກ​ຫຼາຍ​ປະ​ເທດ​ໃນ​ໂລກ​ຕຳ​ໜິຕິ​ຕຽນ, ສະ​ເພາະ​ຢ່າງ​ຍິ່ງ​ໄດ້​ຖືກ​ຄັດຄ້ານ​ຢ່າ​ງຮຸນ​ແຮງ​ຈາກ​ຕົວ​ເມືອງ​ໃຫຍ່​ຂອງອາ​ເມ​ລິ​ກາ ​ເຊິ່ງ​ວ່າ​ຂະ​ແໜງ​ການ IT ຫຼື ອຸດສາ​ຫະກຳວິທະຍາສາດ​ເຕັກນິກ​ສູງ ​ແລະວົງ​ການ​ສຶກສາຊັ້ນສູງ. ​ນອກ​ນີ້ ກໍ​ມີບຸກຄົນ​ສ່ວນ​ຕົວ​ຫຼື​ອົງການ​ສິດທິມະນຸດ​ໃນ​ລັດ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ ໄດ້​ກ່າວ​ຟ້ອງ​ຕໍ່​ສານ​ສະຫະລັດ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ