ວັນທີ 3 ກຸມພານີ້, ທ່ານແຈມ ໂຣບາດ ຜູ້ພິພາກສາສານທ້ອງຖິ່ນສະຫະລັດເຂດຕາເວັນຕົກລັດວໍຊິງຕັນອາເມລິກາໄດ້ມີການຕັດສິນໃຫ້ລະງັບລັດຖະດຳລັດຈຳກັດຊາວອົບພະຍົບເຂົ້າເມືອງທີ່ປະກາດໃຊ້ໂດຍທ່ານໂດນັນ ທຣຳ ປະທານາທິບໍດີອາເມລິກາໃນບໍລິເວນທົ່ວປະເທດ. , ຈາກນີ້, ກະຊວງຮັກສາຄວາມໝັ້ນຄົງດິນແດນຂອງອາເມລິກາປະກາດກໍໄດ້ອອກຖະແຫຼງການ ໃນວັນທີ 4 ກຸມພານີ້ວ່າຈະຢຸດການປະຕິບັດລັດຖະດຳລັດດັ່ງກ່າວເປັນການຊົ່ວຄາວຢ່າງຮອບດ້ານ.
ຖະແຫຼງການລະບຸວ່າ, ອີງຕາມການຕັດສິນຂອງຜູ້ພິພາກສາສະຫະລັດ, ຕ້ອງຢຸດການປະຕິບັດລັດຖະດຳລັດດັ່ງກ່າວຂອງປະທານາທິບໍດີທັນທີ. ຂະນະທີ່ກະຊວງຮັກສາຄວາມໝັ້ນຄົງດິນແດນຂອງອາເມລິກາຈະຟື້ນຟູຮູບການກວດກາຜູ້ໂດຍສານເຂົ້າເມືອງຄືການປະຕິບັດຜ່ານມາ.
ວັນທີ 27 ມັງກອນຜ່ານມາ, ທ່ານທຣຳໄດ້ອອກລັດຖະດຳລັດໂດຍຫ້າມບໍ່ໃຫ້ຊາວອົບພະຍົບລີ້ໄພທົ່ວໂລກແລະພົນລະເມືອງຂອງ7ປະເທດໃນອາຊີຕາເວັນຕົກແລະອາຟີຼກາເໜືອເຂົ້າເມືອງ. ອີງຕາມຄຳສັ່ງດັ່ງກ່າວ, ອາເມລິກາຈະຫ້າມບໍ່ໃຫ້ຊາວອົບພະຍົບເຂົ້າເມືອງເປັນການຊົ່ວຄາວພາຍໃນ 120 ມື້ຕໍ່ໜ້າ, ຢຸດຕິການອອກວິຊາໃຫ້ພົນລະເມືອງ 7 ປະເທດ ຄື ອີຣານ, ຊູດັງ, ຊີຣີ, ລີບີ, ໂຊມາລີ, ເຢແມນ ແລະ ອີຣັກພາຍໃນ 90 ມື້ຕໍ່ໜ້າ, ແລະຫ້າມບໍ່ໃຫ້ຊາວອົບພະຍົບຊີຣີເຂົ້າສູ່ອາເມລິກາຢ່າງບໍ່ມີກຳນົດ.
ຫຼັງປະກາດໃຊ້ລັດຖະດຳລັດດັ່ງກ່າວ, ກໍຖືກປະຊາຊົນຈາກແຫ່ງຕ່າງໆທົ່ວປະເທດອາເມລິກາປະທ້ວງແລະຖືກຫຼາຍປະເທດໃນໂລກຕຳໜິຕິຕຽນ, ສະເພາະຢ່າງຍິ່ງໄດ້ຖືກຄັດຄ້ານຢ່າງຮຸນແຮງຈາກຕົວເມືອງໃຫຍ່ຂອງອາເມລິກາ ເຊິ່ງວ່າຂະແໜງການ IT ຫຼື ອຸດສາຫະກຳວິທະຍາສາດເຕັກນິກສູງ ແລະວົງການສຶກສາຊັ້ນສູງ. ນອກນີ້ ກໍມີບຸກຄົນສ່ວນຕົວຫຼືອົງການສິດທິມະນຸດໃນລັດຕ່າງໆຂອງອາເມລິກາ ໄດ້ກ່າວຟ້ອງຕໍ່ສານສະຫະລັດກ່ຽວກັບເລື່ອງນີ້ອີກດ້ວຍ.