ປະທານາທິບໍດີ​ຊີຣີ​ແກ່ຍາວ​ເວລາ​ຂອງ​ຄຳ​ສັ່ງ​ນິ​ລະໂທດ​ກຳ​ກຸ່ມ​ປະກອບ​ອາວຸດຕໍ່ຕ້ານ​ລັດຖະບານ​ທີ່​ຍອມ​ຈຳນົນ
2017-02-06 11:07:47  cri 
ທ່ານ​ບາ​ຊາ ອາ​ຊັດ ປະທານາທິບໍດີ​ຊີຣີ​ໄດ້​ລົງ​ນາມ​ໃນ​ຄຳ​ສັ່ງ​ໂດຍ​ແກ່ຍາວ​ເວລາຂອງ​ຄຳ​ສັ່ງ​ນິ​ລະໂທດ​ກຳ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ທີ່​ຍອມ​ຈຳນົນ​ໄປ​ຈົນ​ເຖິງ​ວັນ​ທີ 30 ມິຖຸນາ​ປີ​ນີ້.

ທ່ານ​ບາ​ຊາ​ໄດ້​ປະກາດ​ຄຳ​ສັ່ງ​ນິລະ​ໂທດ​ກຳເ​ມື່ອວັນ​ທີ 28 ກໍລະກົດ 2016 ຜ່ານ​ມາ​​ແລະ​ມີ​ຜົນ​ບັງຄັບ​ໃຊ້ 3 ​ເດືອນໂດຍ​ເລັ່ງ​ໃສ່​ຜູ້​ປະກອບ​ອາວຸດ​ຕໍ່​ຕ້ານລັດຖະບານ​ທີ່​ວາງ​ອາວຸດ​ແລະ​ປ່ອຍ​ຕົວ​ປະກັນ​ດ້ວຍ​ຄວາມ​ປອດ​ໄພ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ທັງ​ຍອມ​ຈຳນົນ​ຕໍ່​ລັດຖະບານ.ຕໍ່​ມາ, ຄື​ວັນ​ທີ 27 ຕຸລາ​ປີ​ດຽວ​ກັນ, ທ່ານ​ບາ​ຊາກໍ​ໄດ້​ແກ່ຍາວ​ເວລາຂອງ​ຄຳ​ສັ່ງ​ດັ່ງກ່າວ​​ໄປອີກ 3 ​ເດືອນ.

ຫຼັງປະຕິບັດ​ຄຳ​ສັ່ງ​ນິ​ລະໂທດ​ກຳ​ເປັນ​ຕົ້ນ​ມາ, ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ອ້ອມ​ຂ້າງ​ນະຄອນຫຼວງ​ດາ​ມັສ​ແລະ​ກອງທັບ​ຊີຣີ​ໄດ້​ບັນລຸ​ຄວາມ​ປອງ​ດອງ ​ເຊິ່ງ​ໃນ​ນີ້, ຜູ້​ປະກອບ​ອາວຸດ​ຕໍ່ຕ້ານລັດຖະບານ​ຈຳນວນ​ໜຶ່ງ​ໄດ້​ຮັບ​ການ​ນິລະ​ໂ​ທດຫຼັງ​ຍອມ​ຈຳ​ນົນ, ຜູ້​ປະກອບ​ອາວຸດ​ອີກ​ຈຳນວນ​ໜຶ່ງ​ທີ່​ບໍ່​ຍອມ​ຈຳ​ນົມ​ໄດ້​ຖອນກຳລັງ​ກັບ​ຄືນ​ສູ່ ​ແຂວງ​ອິດ​ລິບ ທາງ​ພາກ​ຕາ​ເວັນ​ອອກປະ​ເທ​ດຊີຣີທີ່​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ