ຊາວ​ກວາງຊີ​ສປຈີນ​ນິຍົມ​ເດີນທາງ​ໄປ​ທ່ຽວ​ຫວຽດນາມ​ໃນ​ຍາມ​ບຸນ​ກຸດ​ຈີນ
2017-02-06 11:20:17  cri 
ກອງ​ໃຫຍ່​ປ້ອງ​ກັນຊາ​ຍ​ແດນ​ກວາງຊີ​ປະຈຳດ່ານ​ມິດຕະພາບ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 5 ກຸ່ມ​ພານີ້​ວ່າ: ​ໄລຍະ​ພັກ​ບຸນ​ກຸດ​ຈີນ​ປີ​ນີ້, ມີຄົນອອກປະ​ເທດ​ຜ່ານ​ດ່ານ​ດັ່ງກ່າວເຖິງ 10.505 ​ເທື່ອ​ຄົນ ​​ໂດຍສ່ວນ​ໃຫຍ່​ເປັນ​ນັກ​ທ່ອງ​ທ່ຽວໄປ​ທ່ຽວ​ຫວຽດນາມ. ທ່ານ​ຫວງ​ຊ້ານສຽງ ຫົວໜ້າ​​ເສນາ​ທິການ​ກອງ​ໃຫຍ່​ປ້ອງ​ກັນຊາ​ຍ​ແດນ​ກວາງຊີ​ປະຈຳດ່ານ​ມິດຕະພາບ​ໃຫ້​ຮູ້​ວ່າ: ຈຳນວນ​ຄົນອອກປະ​ເທດຜ່ານ​ດ່ານ​ມິດຕະພາບໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັ​ນຂອງ​ປີຜ່ານມາ.

ທ່ານ​ຢາງ​ຫຼິວ​ເສິງ ຫົວໜ້າໜ່ວຍລົດ​​ໄຟລະຫວ່າງ​ຊາດຍ່ານນານ​ນິງຂອງພະ​ແນ​ກທາງ​ລົດ​ໄຟ​ນາ​ນນິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ໃຫ້​ຮູ້​ວ່າ: ​ໄລຍະບຸນ​ກຸດ​ຈີນ,ຂະ​ບວນລົດ​ສາກົນT8701​ແຕ່​ນານ​ນິງຫາ​ໂຮ່​ໂນ້ຍຫວຽດນາມ​ມີ​ຜູ້​ໂດຍສານ​ເຕັມ​ເກືອບ​ທຸກ​ວັນ.

ຂະນະ​ທີ່​ເຈົ້າ​ໜ້າ​ທີ່ດ່ານ​ພາສີ​ຕຸ່ງຊິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ທີ່​ເຊື່ອມ​ຕໍ່​ກັບ​ດ່ານ​ມອງ​ກາຍ​ຫວຽດນາມ​ກໍເປີດ​ເຜີຍ​ວ່າ: ຕະຫຼອ​ດ​ໄລຍະ​ພັກ​ບຸນ​ກຸດ​ຈີນ, ຄະນະ​ນັກ​ທ່ອງ​ທ່ຽວ​ທີ່​ຜ່ານ​ດ່ານ​ຕຸ່ງຊິງ​ໄປ​ທ່ຽວ​ຫວຽດນາມມີ​ເຖິງ 2160 ຄະນະ,ສະ​ເລ່ຍ 308 ຄະນະ​ຕໍ່​ມື້​ແລະ​ນັກ​ທ່ອງ​ທ່ຽວ​ 34.394 ​ເທື່ອ​ຄົນແລະຍອດ​ຜູ້​ຜ່ານ​ດ່ານ​ ​ມີ​ເຖິງ 109.006 ​ເ​ທື່ອຄົນ ​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ