ຜູ້​ຂັບ​ເຮືອ​ໃນ​ອຸບັດ​ເຫດ​ເຮືອ​ຫຼົ້ມ​ຢູ່​ລັດ​ຊາ​ບາ​ມາ​ເລ​ເຊຍ​ຖືກ​ຕັດສິນ​ຕັດ​ອິດ​ສະລະ​ພາບ
2017-02-06 15:44:21  cri 
ຜູ້​ຂັບ​ເຮືອ​ແລະ​​ເຈົ້າ​ຂອງ​ເຮືອ​ໃນອຸບັດ​ເຫດ​ເຮືອ​ຫຼົ້ມຢູ່​ລັດ​ຊາ​ບາ​ມາ​ເລ​ເຊຍ​ໄດ້​ຖືກສານ​ລັດ​ຊາ​ບາຕັດສິນ​ໃນ​ວັນ​ທີ 4 ມັງກອນ​ນີ້​​ໂດຍ​ຜູ້​ພິພາກສາ​ຢືນຢັນ​ວ່າ ຜູ້​ຂັບ​ເຮືອ​ແລະ​ເຈົ້າ​ຂອງ​ເຮືອ​​​ໄດ້​ບຸນ​ທຸກນັກ​ທ່ອງ​ທ່ຽວ 20 ກວ່າ​ຄົນ​​ເດີນ​ທະ​ເລ​ທັງໆທີ່​ຮູ້​ດີ​ວ່າ​ເຮືອ​ທ່ອງ​ທ່ຽວ​ດັ່ງກ່າວ​ກຳນົດ​​ໃຫ້​ບັນທຸກ​ຄົນ​ບໍ່​​ເກີນ 12 ຄົນ ​ເ​ຊິ່ງຖື​ວ່າ​ເປັນ​ການບັນທຸກ​ເກີນ​ກຳນົດ​ພາຍ​ໃຕ້​ກໍລະນີ​ສ່ຽງ​ໄພ. ຈາກ​ນີ້ຈິ່ງ​ຕັດສິນ​ຕັດ​ອິດ​ສະລະ​ພາບພວກຜູ້ກ່ຽວ​ເປັນ​ເວລາ 6 ​ເດືອນ​ໃນ​ຂໍ້​ຫາ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິ​ດດ້ວຍ​ຄວາມປະໝາດ.

ທ່ານ​ເສິນ​ເພ້​ເຈ ກົງສຸນ​ໃຫຍ່​ຈີນ​ປະຈຳ​ໂຄ​ຕາ​ຄີ​ນາ​ບາ​ລູປະ​ເທດ​ມາ​​ເລ​ເຊຍ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວ່າ: ​ຈີນ​ເ​ລັ່ງທວງ​ໃຫ້​ ​ມາ​ເລ​ເຊຍ​ສືບສວນ​ສອບ​ສວນ​ຢ່າງ​ລະອຽດລວມທັງ​ການ​ສືບ​ສວນທາງ​ອາຍາ​ເພື່ອ​​​ເປີດ​ເຜີຍ​ຜົນ​ການ​ສືບສວນ​ທີ່​ຍຸຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ ທັງ​ແກ້​ໄຂ​ບັນຫາ​ຕ່າງໆ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນທີ່​ປະສົບອຸບັດ​ເຫດ​ດັ່ງກ່າວໃຫ້​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ