ເຈົ້າ​ໜ້າ​ທີ່​ລະດັບພົນ​ເອກ​​ໃນກອງທັບ​ເຮືອ​ອັງກິດອາດມີ​ສ່ວນ​ກັບຍີ່ປຸ່ນ​ຊື້​ຈ້າງ​ສະ​ຖາ​ບັນ​ຜູ້ຊົງ​ຄຸນ​ວຸດ​ທິອັງກິດ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ
2017-02-06 17:11:14  cri 
ໜັງສື​ພິມSunday Times ອັງກິດ​ສະບັບ​ວັນ​ທີ 5 ກຸມພາ​ນີ້​ລາຍ​ງານ​ວ່າ: ທ່ານ​​ພົນ​ເອກລອດ ​ເວັສທ໌ ອະດີດຫົວໜ້າ​​ເສນາ​ທິການ​ກອງທັບ​ເຮືອ​ອັງກິດທີ່​​ເຄີຍເຂົ້າ​ຮ່ວມເຄື່ອນ​ໄຫວ​ໂຄ​ສະ​ນາ​ຄັດຄ້ານ​ຈີນ​ຂອງ​ສະມາຄົມ​ເຮ​ນຣີ ​​ເຈັກ​ຊັນ ​ເຊິ່ງ​ເປັນ​ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິອັງກິດ​ທີ່​ເປັນ​ກຸ່ມ​ຝ່າຍ​ຂວາ​ຈັດ​ໂດຍ​ໄດ້​ລົງ​ນາມ​ໃນ​ບົດ​ຄວາມ​ທີ່​​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້.

ຂ່າວ​ແຈ້​ງວ່າ: ທ່ານ​ເວັສທ໌ອ້າງ​ວ່າ ບົດ​ຄວາມ​ກ່ຽວ​ກັບ​ບັນຫາ​ທະ​ເລຈີນ​ໃຕ້​ທີ່ສະບັບ​ຕົ້ນ​ຂຽນ​ໂດຍ​ສະມາຄົມ​ເຮ​ນຣີ​ເຈັກ​ຊັນນັ້ນ​ຕົນ​ໄດ້​ດັດ​ແກ້​ເນື້ອ​ໃນ​ຈຳນວນ​ໜຶ່ງ​ກ່ອນ​ລົງ​ພິມ ​ແລະ​ກໍຢືນຢັນ​ວ່າ ​ໄລຍະນັ້ນ​ຕົນ​ບໍ່​ຮູ້​ວ່າ​ສະມາຄົມ​ເຮ​ນຣີ​ເຈັກ​ຊັນ​ຖືກ​ສະຖານທູດ​ຍີ່ປຸ່ນ​ຊື້​ຈ້າງ​ຈອບ​ອອຍ​ກ່ອນແລ້ວ.

ຫຼັງ​​ເກີດ​ກໍລະນີ​ຍີ່ປຸ່ນ​ຊື້ຈ້າງ​ສະມາຄົມ​ເຮ​ນຣີ​ເຈັກ​ຊັນ​ຖືກ​ເປີດ​ເຜີຍ​, ສື່​ສາກົນ​ຕ່າງໆ​ເຊັ່ນ​ຂ່າວສານToday's RIA Novosti ຣັດ​ເຊຍ, Indian Express ອິນ​ເດຍ​ແລະ​ອື່ນໆ​ຕ່າງ​ກໍ​ໄດ້​ລາຍ​ງານ​ເຫດ​ດັ່ງກ່າວ, ຂະນະ​ທີ່​ສື່​ມວນ​ຊົນ​ຍີ່ປຸ່ນ​ຍັງ​ຄົງ​ມິດ​ງຽບ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ