ມອບ​ລາງວັນ​ໃຫ້​ຜູ້​ມີ​ຜົນງານພົ້ນ​ເດັ່ນ​​ໃນ​ການ​ເຜີຍ​ແຜ່​ພາສາ​ຈີນຢູ່​ພາກ​ໃຕ້​ໄທ​ຄັ້ງທຳ​ອິດ
2017-02-06 11:16:06  cri 

ພິທີ​ມອບ​ລາງວັນ​ໃຫ້​ແກ່​ຜູ້​ມີ​ຜົນງານພົ້ນ​ເດັ່ນ​​ໃນ​ການປະກອບສ່ວນ​ເຜີຍ​ແຜ່​ພາສາ​ຈີນ​ຢູ່​ພາກ​ໃຕ້​ໄທ​ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຫາດ​ໃຫຍ່ ​ແຂວງ​ສົງ​ຂາ ​ໃນ​ວັນ​ທີ 5 ກຸມພາ​ນີ້ ​ໂດຍ​ມີ​ຄູ​ສອນ​ພາສາ​ຈີນຜູ້ດີ​ເດັ່ນ 10 ທ່ານ​ໄດ້​ຮັບ​ລາງວັນ​ດັ່ງກ່າວ ​ໂດຍ​ຫ້ອງ​ຮຽນ​ຂົງຈື້ ​ໂຮງຮຽນ​ມັດທະຍົມ​ໂກກ່ວງປະ​ເທດ​ໄທ ​ແລະ ສະມາຄົມ​ໂຮງຮຽນ​ພາສາ​ຈີນ​ພາກ​ເອກະ​ຊົນພາກ​​ໃຕ້​ໄທ ຮ່ວມ​ເປັນ​ເຈົ້າພາບ​ຈັດ​ພິທີ​ດັ່ງກ່າວຂຶ້ນ. ທັງ​ນີ້ ລາງວັນ​ດັ່ງກ່າວ​ແມ່ນ​ລາງວັນ​ທີ່ອົງການສຶກສາ​ທິການ​ພາສາ​ຈີນ​ພາກ​ໃຕ້​ໄທ ມອບ​ໃຫ້​ຄູ​ສອນ​ພາສາ​ຈີນ​ຜູ້ດີ​​ເດັ່ນ ​ໂດຍ​ບໍ່​ຈຳ​ແນ​ກ​ແຫຼ່ງທີ່​ມາຂອງ​ຄູ ​ແລະ​ ມີ 2 ປະ​ເພດ ຄື "ລາງວັນ​​ຜົນງານພົ້ນ​ເດັ່ນ​​ໃນ​ການ​​ເພື່ອ​ເຜີຍ​ແຜ່​ພາສາ​ຈີນ​ຢູ່​ພາກ​ໃຕ້​ໄທ" ​ແລະ "ລາງວັນ​ເຜີຍ​ແຜ່​ພາສາ​ຈີນ​ຢູ່​ພາກ​ໃຕ້​ໄທ" ​ເຊິ່ງ​ແຕ່​ລະປະ​ເພດ​ໄດ້​ມອບ​ໃຫ້ 5 ທ່ານ.

ທ່ານ​ຈຽງ​ອາຍ​ເສີນ ຫົວໜ້າ​​ໂຮງຮຽນ​ຂົງຈື້ ​ໂຮງຮຽນ​ມັດທະຍົມ​ໂກ​ກ່ວງ ຈາກ​ຈີນ ກ່າວ​ວ່າ: ການ​ມອບ​ລາງວັນ​ດັ່ງກ່າວ​ກໍ​ເພື່ອ​ປຸກລະດົມບັນດາ​ຄູ​​ທີ່ສອນ​ພາສາ​ຈີນຢູ່​ເຂດພາກ​ໃຕ້​ໄທ​​ໃຫ້ມີຄວາມຈູບ​ຈ້າວ​ຫ້າວຫັນ​ໃນການ​ປະຕິບັດ​ໜ້າ​ທີ່​ການ​ງານ ​ແລະ​ສົ່ງ​ເສີມ​​ກຽດສັກ​ສີ​ແລະ​ຄວາມ​ຮັບຜິດຊອບຂອງ​ພະນັກງານ​​​ຂະ​ແໜງ​ສອນ​ພາສາ​ຈີນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ງານຂອງ​ຕົນ ທັງ​ປຸກລະດົມ​ໃຫ້​ບຸກຄົນທີ່ກ່ຽວຂ້ອງ​ເຂົ້າຮ່ວມ ຫຼື ສະໜັບສະໜູນ​ພາລະກິດ​ການ​ສອນ​ພາສາ​ຈີນຫຼາຍຍິ່ງຂຶ້ນ ​ເພື່ອ​ຊຸກຍູ້​​ພາລະກິດ​ການ​ສອນ​ພາສາ​ຈີນ​ຢູ່​ພາກ​ໃຕ້​ໄທ​ໃຫ້​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ