ເຈົ້າໜ້າ​ທີ່​ຕຳຫຼວດຕວກກີ​ຈັບ​ຜູ້​ສົງ​ໄສ​ເປັນສະມາຊິກກຸ່ມ IS ຮ້ອຍ​ຄົນ
2017-02-06 11:18:17  cri 

ຂ່າ​ວສານ​ອານາ​ໂດ​ລູຕວກກີລາ​ຍງານ​ໃນ​ວັນ​ທີ 5 ກຸມພາ​ນີ້​ວ່າ, ​​ເຈົ້າໜ້າ​ທີ່​ຕຳຫຼວດປະ​ເທດ​ຕົນ​ໄດ້​​ປາບ​ປາມ​ກຸ່ມ​ຫົວ​ຮຸນ​ແຮງ IS ຢູ່ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ ​​ແລະ​ກໍສາມາດ​ຈັບ​ຜູ້​ສົງ​ໄສ​ເປັນ​ສາມາຊິກກຸ່ມ​ຫົວ​ຮຸນ​ແຮງ​ໄດ້ 60 ຄົນ​ຢູ່​ນະຄອນຫຼວງອັງກາຣາ​ໃນ​ຕອນ​ເຊົ້າວັນ​ດັ່ງກ່າວ ​ໃນ​ນັ້ນສ່ວນຫຼາຍ​ແມ່ນ​ຄົນ​ຕ່າງປະ​ເທດ. ນອກ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດຍັງ​​ຈັບ​ໄດ້ອີກ 30 ຄົນ​ຢູ່​ແຂວງ​ໂກ​ເນຍ ທາງ​ພາກ​ກາງ ​ແລະ ​ອີກ 10 ຄົນ​ຢູ່ແຂວງ​ມາ​ນາ​ຊາ, ອິສຕານ​ບຸນ, ຊຳຊຸນ ​ແລະ​ແຂວງ​ກາ​ຊີ​ອານ​ເຕັບ.

ຂ່າວ​ແຈ້ງ​ອີກ​ວ່າ, ກົມ​ໃຫຍ່​ເສ​ນາ​ທິການກອງ​ທັບຕວກກີ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 5 ກຸມພາ​ນີ້​ວ່າ: ກອງທັບ​ຕວກກີ​ໄດ້​ເຄື່ອນ​ໄຫວທາງ​ການ​ທະຫານ​ຢູ່​ເມືອງ​ອານ-ບັບ ​ແຂວງ​ອາ​ເລັ​ບ​ໂປ ທາງ​ພາກ​ເໜືອ​ຊີຣີ ​ເຊິ່ງ​ເປັນ​ຖານ​ທີ່​ໝັ້ນສຳຄັນ​ຂອງ​ກຸ່ມ IS ​​ໂດຍ​ນັບແຕ່​ຕອນ​ຄ່ຳ​ວັນ​ທີ 4 ຫາ​ຕອນ​ຮຸ່ງ​ເຊົ້າວັນ​ທີ 5 ກຸມພາ​ນີ້ ​​ໄດ້​ຍິງ​ປືນ​ໃຫຍ່ ​ແລະ ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເປົ້າໝາຍ​ກຸ່ມ​ IS ຢູ່​ເຂດດັ່ງກ່າວ ​ແລະ​ສາມາດ​ສັງຫານ​ຜູ້​ປະກອບ​ອາວຸດ​ຂອງ​ກຸ່ມ​ດັ່ງກ່າວ​ໄດ້ 33 ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ