ຈີນ​ຈະ​ທົດ​ລອງ​​ໃຊ້ຍົນ​ໂດຍສານ​ໃຫຍ່ບິນ​ເປັນຄັ້ງທຳ​ອິດ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້
2017-02-06 15:26:50  cri 

​ແຫຼ່ງຂ່າວ​ຈາກ​ບໍລິສັດ​ຜະລິດ​ຍົນທຸລະ​ກິດ​ຈີນ​ຈຳກັດ​(Commercial Aircraft Corporation of China Ltd ຫຼື COMAC)ໃຫ້​ຮູ້​ໃນ​ວັນ​ທີ 6 ກຸມພາ​ນີ້​ວ່າ ​ບໍລິສັດ​ຕົນຈະ​ທົດ​ລອງ​​ໃຊ້ຍົນ​ໂດຍສານ​ຂະໜາດ​ໃຫຍ່ C919 ບິນ​ເປັນຄັ້ງທຳ​ອິດ​ໃນ 6 ​ເດືອນ​ຕົ້ນປີ​ນີ້.

ຍົນ​ໂດຍສານ C919 ​ທີ່​ຈີນ​ອອກ​ແບບ​ຜະລິດ​ເອງ ສາມາດບັນຈຸ​​ໄດ້ 150 ບ່ອນ​ນັ່ງ ຫຼື ຫຼາຍກວ່ານີ້ ​ແລະ ບໍລິການ​ໂດຍສານ​ໄດ້​ທັງ​ໄລຍະ​ສັ້ນ​ແລະ​ກາງ, ຂະນະ​ທີ່ຄູ່​ແຂ່ງ​ຕົ້ນຕໍ​ໃນ​ຕະຫຼາດລວມມີ​ຍົນ​ແອ​ບັດ 320 ​ແລະ ​ໂບອິງ 737 ຮຸ່ນ​ຕ່າງໆ.

ມາ​ຮອດ​ປັດຈຸບັນ, ຍົນ​ໂດຍສານ C919 ​ໄດ້​ຮັບ​ການ​ສັ່ງ​ຊື້ 570 ລຳ​ແລ້ວ ​ໂດຍ​ບໍລິສັດ​ການບິນ​ຕາ​ເວັນ​ອອກ​ຈີນ (China Eastern Airlines) ຈະ​​​ເປັນ​ບໍລິສັດທຳ​ອິດ​ທີ່ນຳ​ໃຊ້​ຍົນ​ດັ່ງກ່າວ​ໃນ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ