ຫໍສະໝຸດ​ນ້ຳກ້ອນ​ແຫ່ງ​ທຳ​ອິດ​ຂອງ​ໂລກ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ຢູ່ຣັດ​ເຊຍ
2017-02-06 16:32:20  cri 
​ ຫຼັງກໍ່ສ້າງ​ສຳ​ເລັດ, ຫໍສະໝຸດ​ນ້ຳກ້ອນ​ແຫ່ງ​ທຳ​ອິດ​ຂອງ​ໂລກ ກໍ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ຢູ່​ແຄມ​ໜອງ​ບາຍ​ການ ປະ​ເທດຣັດ​ເຊຍ ເມື່ອບໍ່​ດົນນີ້ ​ເຊິ່ງຫໍສະໝຸດ​ດັ່ງກ່າວ​ປະກອບມີປື້​ມຂະໜາດ​ໃຫຍ່​ທີ່​ສະຫຼັກດ້ວຍ​ນ້ຳກ້ອນ 420 ຫົວ ​ແລະ ​ເນື້ອ​ໃນ​ທີ່​ບັນຈຸໄວ້​ໃນ​ປື້​ມ​ເຫຼົ່ານີ້​ກໍ​ຄືຄຳ​ມຸ່ງ​ມາດ​ປາຖະໜາ​ທີ່​ຂຽນ​​ເປັນຫຼາຍພາສາ 1.000 ກວ່າຄຳ​ທີ່​ຂໍ​ໄດ້​ຈາກ​ທົ່ວ​ໂລກ​ ​ໂດຍ​ໃຫ້​ສິລະ​ປິນສະຫຼັກນ້ຳກ້ອນສະຫຼັກ​ໃສ່​ປື້​ມນ້ຳກ້ອນ​ຕາມພາສາ​ເດີມ. ຂ່າວ​ແຈ້ງວ່າ, ຫໍສະໝຸດ​ນ້ຳກ້ອນ​ດັ່ງກ່າວ​ຈະ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າຊົມ​ຈົນ​ເຖິງ​ເດືອນ​ເມສາ​ປີ​ນີ້ ​ເຊິ່ງ​ເມື່ອ​ຮອດ​ເວລາ​ນັ້ນ ອຸນຫະພູມ​ກໍ​ຈະ​ອຸ່ນ​ຂຶ້ນ ​ແລະ ປື້​ມນ້ຳກ້ອນ​ເຫຼົ່ານີ້​ກໍ​ຈະ​​ລະລາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ