ຊາວ​ຍີ່ປຸ່ນ​ເຊື້ອສາຍຈີນ​ປະ​ທ້ວງ​ການ​ກະທຳ​ຂອງ​ໂຮງ​ແຮມ APA ​ແຕ່ຖືກ​ກຸ່ມ​ຝ່າຍ​ຂວາ​ຍີ່ປຸ່ນ​ລົບ​ກວນ​​ແລະ​ຂັດຂວາງ
2017-02-06 16:42:31  cri 

ຊາວ​ຍີ່ປຸ່ນ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ເກືອບ​ຮ້ອຍ​ຄົນ ​ໄດ້​ແຫ່​ຂະ​ບວນ​ໂດຍສັນຕິ ຢູ່​ນະຄອນຫຼວງ​ໂຕ​ກຽວ ​ເພື່ອ​ປະ​ທ້ວງ​ການ​ກະທຳ​ຂອງ​ໂຮງ​ແຮມ APA, ​ແຕ່​ການ​ແຫ່​ຂະ​ບວນ​ໂດຍສັນຕິ​ດັ່ງກ່າວ​ໄດ້​ຖືກ​ກຸ່ມ​ຝ່າຍ​ຂວາ​ຍີ່ປຸ່ນຫຼາຍສິບ​ຄົນ​ລົບ​ກວນ​ແລະ​ຂັດຂວ​າງ.

ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຈັດ​ຂຶ້ນ​ໂດຍ "ຄະນະ​​ກຳມະການ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ-ຍີ່ປຸ່ນ" ​ເຊິ່ງກ່ອນ​ຈະ​ເລີ່​ມ​ແຫ່​ຂະ​ບວນນັ້ນ, ຜູ້​​ເຂົ້າຮ່ວມ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສວນສາທາລະນະ​ສູນ​ກາງ​ຊິນ​ຢູກູ, ຂະນະ​ນີ້ ກຸ່ມ​ຝ່າຍ​ຂວາ​ຍີ່ປຸ່ນ​ໄດ້ອອກ​ມາ​ປິດ​ລ້ອມ ​ແລະໃຊ້​ລຳ​ໂພງ​ຂະຫຍາຍ​ສຽງ​ປ້ອຍ​ດ່າ​ດ້ວຍ​ຄຳ​ຫຍາບ ທັງ​ຄິດ​ຢາກ​ທຳລາຍຜູ້​ຈະ​ຮ່ວມ​ແຫ່​ຂະ​ບວນ. ປັດຈຸບັນ, ​ເຈົ້າໜ້າ​ທີ່​ຕຳຫຼວດຫຼາຍຮ້ອຍ​ຄົນ​ໄດ້ອອກ​ມາ​ຮັກສາ​ຄວາມ​ສະຫງົບ​ຢູ່​ສະຖານ​ທີ່​ດັ່ງກ່າວ ​ແລະ​ສະກັດ​ກັ້ນບໍ່​ໃຫ້​ກຸ່ມ​ຝ່າຍ​ຂວາ​ລົບ​ກວນ​​ແລະ​ຂັດ​ຂວາງການ​ແຫ່​ຂະ​ບວນດັ່ງກ່າວ.

​ໃນມື້​ດຽວ​ກັນ ກໍ​ມີ​ຊາວ​ຍີ່ປຸ່ນທີ່​ມີ​​ໃຈ​ເປັນ​ທຳ​ ໄດ້ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ກະທຳ​ຂອງກຸ່ມ​ຝ່າຍ​ຂວາ ​​ແລະເຫັນ​ວ່າ​ນີ້​​ຄື "ຄວາມອັບປະຍົດ​ຂອງ​ຍີ່ປຸ່ນ" ນັ້ນ​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ