ປີຜ່ານມາ​ຢຸນນານ​ບັນລຸມູນ​ຄ່າ​ສົ່ງ​ອອກຜະລິດ​ຕະພັນ​ກະສິກຳ​ໄປ​ອາ​ຊຽນ 16 ຕື້ 87 ລ້ານ​ຢວນ
2017-02-06 16:02:14  cri 
​ຫຼັງ​ກັບ​​ແຂວງ​ຢຸນນານ ສປ ​ຈີນ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ການ​ຄ້າ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ ​ແລະພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ປັບປຸງ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,​ ແຂວງ​ຢຸນນານກໍ​ບັນລຸ​ການ​ຂາຍ​ຜະລິດຕະພັນ​ກະສິກຳ​ໄປ​ສູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຢ່າງ​ດີ,​ ສົ່ງ​ຜົນ​ເຮັດ​ໃຫ້ມູນ​ຄ່າ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.​ ທັງ​ນີ້​ເຈົ້າໜ້າ​ທີ່​ດ່ານ​ພາສີ​ຄຸນ​ມິ​ງ​​ເປີດ​ເຜີຍ​ໃນ​ວັນ​ທີ 5 ກຸມພາ​ນີ້​ວ່າ,​ ປີ 2016 ​ແຂວງ​ຢຸນນານ​ໄດ້​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ໄປ​ອາ​ຊຽນບັນລຸ 16 ຕື້ 870 ລ້ານ​ຢວນ, ທຽບ​ໃສ່​​ປີ 2015 ​​ເພີ່ມ​ຂຶ້ນ 8,1%.​ ແລະ​ໃນ​ໄລຍະ​ດຽວ​ກັນກໍ​ບັນລຸ​ມູນ​ຄ່າ​ການ​​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​​ໄປ​ຕ່າງປະ​ເທດ​ເຖິງ 29 ຕື້ 650 ລ້ານ​ຢວນ, ເພີ່ມ​ຂຶ້ນ 17,1%. ​ທັງ​ນີ້​ການສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ໄປ​ອາ​ຊຽນກວມ 56,9% ຂອງ​ຍອດ​ມູນ​ຄ່າການ​ສົ່ງ​ອອກທັງ​ໝົດ​ສົ່ງ​ຜົນ​ເຮັດ​ໃຫ້ອາ​ຊຽນ​​ກາຍ​ເປັນ​ຕະຫຼາດ​ບໍລິ​ໂພ​ກ​ຜະລິດ​ຕະພັນ​ກະສິກຳ​ແຂວງ​ຢຸນນານ​ເປັນ​ຕົ້ນຕໍ.

ປີຜ່ານມາ​, ​ແຂວງ​ຢຸນນານ​ສາມາດ​ສົ່ງ​ອອກ​ໝາກ​ໄມ້​ແລະ​ຜັກ​​ເພີ່ມ​ຂຶ້ນ​, ​ແຕ່​ສະ​ເລ່ຍໝາກ​ໄມ້​ແຂວງ​ດັ່ງກ່າວ​ກາຍ​ເປັນອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ຄື​ສາມາດ​ສົ່ງ​ອອກ​ກວມ​ເຖິງ 35,9%. ປີ 2016 ຈີນ​ບັນລຸ​ມູນ​ຄ່າ​ການ​ສົ່ງ​ອອກ​ໝາກ​ໄມ້​ເຖິງ 34 ຕື້ 490 ລ້ານ​ຢວນ, ​ເພີ່ມ​ຂຶ້ນ 13%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ