ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ເຫດ​ເຮືອ​ຫຼົ້ມ​ຢູ່​ມາ​ເລ​ເຊຍຊຸດ​ທຳ​ອິດ​ເດີນທາງ​ກັບປະ​ເທດ​​ແລ້ວ
2017-02-06 16:09:23  cri 
ສະຖານ​ກົງສຸນ​ຈີນ​ປະຈຳໂຄ​ຕາ​ຄີ​ນາ​ບາ​ລູປະ​ເທດ​ມາ​ເລ​ເຊຍກ່າວ​ວ່າ, ຕອນ​ຂ້ອນ​ແຈ້ງ​ວັນ​ທີ 6 ກຸມພາ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ 4 ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ເຫດ​ເຮືອ​ຫຼົ້ມຢູ່​ລັດ​ຊາບາປະ​ເທດ​ມາ​ເລ​ເຊຍ​ແລະ​ຄອບຄົວ​ໄດ້​ເດີນທາງ​ກັບ​ຄືນ​ປະ​ເທດ​ຈີນ​ແລ້ວ​.

ທັງ​ນີ້​​ເມື່ອວັນ​ທີ 28 ມັງກອນ​ຜ່ານ​ມາ,​ ​ເຮືອ​ບັນທຸກ​ນັກ​ທ່ອງ​ທ່ຽວລຳ​ໜຶ່ງ​ໄດ້ຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້ລັດຊາ​ບາປະ​ເທດ​ມາ​ເລ​ເຊຍ,​ ​​ໂດຍໃນ​ເຮືອ​ລຳ​ດັ່ງກ່າວ​ມີນັກ​ທ່ອງ​ທ່ຽວ​ຈີນ 20 ກວ່າ​ຄົນ.​ ຫຼັງ​ເກີດ​ເຫດ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ເສຍ​ຊີວິດ 3 ຄົນ, ຂະນະ​ທີ່​ຜູ້​ລອດ​ຊີວິດ​ກໍໄດ້​ຮັບ​ຊ່ວຍ​ເຫຼືອ​ແລ້ວ. ​ເຈົ້າໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ກ່າວ​ວ່າ,​ ປັດຈຸບັນ​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ຈີນ 5 ຄົນ​ແລະ​ລູກ​ເຮືອ​ໜຶ່ງຄົນ​ຫາຍ​ສາບ​ສູນ. ຂະນະ​ທີ່​ສະພາບ​​ຂອງ​ຜູ້​ບາດ​ເຈັບຄ່ອຍໆ​ຄືນ​ສູ່​ສະພາບ​ປົກກະຕິ,​ ​ແລະ​ຈະ​ເດີນທາງ​ກັບ​ຄືນ​ປະ​ເທດ​ຈີນພາຍຫຼັງ.​ ສະຖານ​ກົງສຸນ​ຈີນ​ກ່າວ​ວ່າ, ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ