ພົບສົບ​ນັກ​ທ່ອງ​ທ່ຽວ​ຈີນອີກ 1 ​ໃນ​ເຫດ​ເຮືອຫຼົ້ມຢູ່​ມາ​ເລ​ເຊຍ
2017-02-07 11:06:39  cri 

ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ໂກ​ຕາ​ກີ​ນາ​ບາ​ລູ ຢືນຢັນ​​ໃນ​ວັນ​ທີ 6 ກຸມພາ​ນີ້ວ່າ ຜູ້​ເສຍ​ຊີວິດ​ທີ່​ພົບ​ຢູ່​ເຂດ​ທະ​ເລ​ໃກ້​ເກາະ​ເມ​ງກາລຸ​ມ ລັດ​ຊາ​ບາ​ ​ໃນ​ວັນ​ທີ 4 ກຸມພາ​ນີ້​ແມ່ນ​ນັກ​ທ່ອງ​ທ່ຽວ​ຍິງ​ຊາວ​ຈີນ ທີ່​ໄດ້​ຫາຍ​ສາບ​ສູນ​ໃນ​ເຫດການ​ເຮືອຫຼົ້ມກ່ອນ​ໜ້າ​ນີ້.

ທັງ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດລັດ​ຊາ​ບາ ປະ​ເທດ​ມາ​ເລ​ເຊຍ ຢືນຢັນວ່າ: ຫຼັງກວດ DNA ​ແລ້ວຈຶ່ງ​ໄດ້​ຮູ້​ອັດ​ຕະລັກຂອງຜູ້​ປະສົບ​ເຄາະ​ຮ້າຍ​ດັ່ງກ່າວ ​ແລະ​ປັດຈຸບັນ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ແຈ້ງ​ໃຫ້​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​​ຊາບ​ແລ້ວ. ຈາກ​ການ​ຢືນຢັນ​ດັ່ງກ່າວ, ສົ່ງ​ຜົນ​ເຮັດ​ໃຫ້​ມີນັກ​ທ່ອງ​ທ່ຽວ​ຈີນ​ເສຍ​ຊີວິດ 4 ຄົນ​ແລ້ວ ​ແລະ​ປັດຈຸບັນ​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ຈີນ 4 ຄົນ​ແລະ​ລູກ​ເຮືອ 1 ຄົນ​ຫາຍ​ສາບ​ສູນ​​ໃນ​ເຫດການ​ເຮືອຫຼົ້ມດັ່ງກ່າວ

ທ່ານ​ອາ​ດາມ ອາ​ຊິ​ສ ​ເຈົ້າໜ້າ​ທີ່​ອົງການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ປະຈຳ​ລັດ​ຊາ​ບາ ກ່າວ​ໃນ​ວັນ​ທີ 6 ກຸມພາ​ນີ້​ວ່າ: ຈະ​ສືບ​ຕໍ່​ຄົ້ນຫາ​ຜູ້​ຫາຍ​ສາບ​ສູນ ​ແລະ​ໃນ​ວັນ​ດັ່ງກ່າວ​ກໍ​ສາມາດ​ຄົ້ນຫາ​ໃນ​ບໍລິ​ເວນ​ກວ້າງ 2.000 ກິ​ໂລ​ຕາ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ