ອາ​ເມ​ລິ​ກາ​ຂວ້ຳບາດ​ອີຣານ​​​​​ແຕະ​ຕ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຈີນ
2017-02-07 11:08:29  cri 

​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ກຸມພາ​ນີ້, ມີ​ນັກ​ຂ່າວ​ຖາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ວ່າ: ​ໃນ​ບັນຊີ​ລາຍ​ຊື່​ຂວ້ຳບາດ​ຮອບ​ໃໝ່​ຂອງ​ອາ​ເມ​ລິ​ກາ​​ຕໍ່​ອີຣານນັ້ນ ​ໄດ້​ກວມ​​ເອົາພົນລະ​ເມືອງ​ຈີນ 3 ຄົນ ​ແລະ ບໍລິສັດ​ຈີນ 2 ​ແຫ່ງ ​ເຊິ່ງ​ໃນ​ນັ້ນມີ​ບໍລິສັດ​ໜຶ່ງຢືນຢັນ​ວ່າ ບໍ່​ໄດ້​ເຂົ້າຮ່ວມ​ຄ້າຂາຍ​ແບບ​ຜິດ​ກົດໝາຍ​ແຕ່​ຢ່າງ​ໃດ ​ແລະ 3 ປີຜ່ານມາ​ກໍ​ບໍ່​ໄດ້​ເຮັດ​ທຸລະ​ກິດຫຍັງ​ກັບ​ອີຣານ​ເລີຍ. ຈຶ່ງ​ຂໍ​ຖາມ​​ໂຄສົກວ່າ ຈີນ​ຄິດ​ເຫັນ​ແນວ​ໃດ​ຕໍ່​ກໍລະນີ​ດັ່ງກ່າວ?

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຈີນສົນ​ໃຈ​ຕໍ່​ການສະ​ແດງ​ທ່າ​ທີ​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດ​ປະ​ເທດ​ຕົນ ​ແລະ​ກໍ​ໄດ້​ຕໍ່​ວ່າ​ທັກທ້ວງ​ອາ​ເມ​ລິ​ກາ​ແລ້ວ​ໃນ​ກໍລະນີ​ດັ່ງກ່າວ. ​ແນວ​ໃດ​ກໍ​ດີ, ສຳລັບບັນຫາການຂວ້ຳບາດນັ້ນ, ຈີນ​ຄັດຄ້ານ​ການ​ຂວ້ຳບາດ​ແຕ່​ຝ່າຍ​ດຽວ​ໃນ​ທຸກ​ຮູບ​ແບບ​ມາ​ໂດຍ​ຕະຫຼອດ ​ໂດຍ​ການ​ກະທຳ​ທີ່ຂາດ​ການ​ພິຈາລະນາ​ຄົ້ນຄິດ​ຄວາມ​ເປັນ​ຈິງກໍ​​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ ​ ​ໂດຍສະ​ເພາະຖ້າວ່າ​​ເປັນ​ການ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ທີ 3 ​ແລ້ວ ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ເສີມ​ຂະຫຍາຍ​ຄວາມ​ໄວ້​ເນື້ອ​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ຝ່າຍ​ທີ່​ກ່ຽວຂ້ອງ ​ແລະ​ກໍ​ບໍ່​ມີ​ຜົນ​ດີ​ຕໍ່​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ຮ່ວມ​ມື​ແລະ​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ຮ່ວມ​ແກ້​ໄຂ​ບາງບັນຫາ​ໃນສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ