ພະນັກງານ​ສະໜາມ​ບິນ​ສຸວັນນະ​ພູມ​ປະ​ເທດ​ໄທ 300 ຄົນ​​ຢຸດ​ງານ
2017-02-07 11:10:54  cri 

​ເນື່ອງ​ຈາກ​ບໍ່ພໍ​ໃຈ​ຕໍ່​ເງິນ​ເດືອນ​ແລະ​​ເງິນ​ລາງວັນຂອງ​ຕົນ, ພະນັກງານ​ຈາກບໍລິສັດ ASM 300 ຄົນທີ່ຮັບຜິດ​ຊອບ​ການ​ກວດກາກະ​ເປົ໋າ​ເດີນທາງ​ດ້ວຍ X-Ray ປະຈຳສະໜາມ​ບິນສາກົນ​ສຸວັນນະ​ພູມ ນະຄອນຫຼວງບາງກອກ​ປະ​ເທດ​ໄທ ​ໄດ້​ເລີ່​ມນັດ​ຢຸດ​ງານ​ໃນ​ຕອນ​ຄ່ຳ​ວັນ​ທີ 5 ກຸມ​ພານີ້ ສົ່ງ​ຜົນ​ເຮັດ​ໃຫ້​ບາງຖ້ຽວ​ບິນອອກ​ເມືອງ​ໄດ້​ຮັບ​ຜົນ​ກະທົບ, ​ແຕ່​ການ​ຢຸດ​ງານ​ຄັ້ງນີ້​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າວັນ​ທີ 6 ​ເດືອນ​ດຽວ​ກັນ.

ທັງ​ນີ້, ​ເວລາປະມານ 22:30 ​ໂມງ​ຂອງ​ວັນ​ທີ 5 ກຸມພາ​ນີ້​, ພະນັກງານ​ທີ່​ຮັບຜິດຊອບ​ກວດກາ​ກະ​ເປົ໋າ​ເດີນທາງ​ດ້ວຍ X-Ray 300 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຊັ້ນໜຶ່ງ​ຂອງ​ອາຄານ​ຜູ້​ໂດຍສານ ສະໜາ​ມບິນ​ສາກົນ​ສຸວັນນະ​ພູມ ​​ໂດຍ​ອ້າງ​ເງິນ​ເດືອນ​ຕ່ຳ​ໂພ​ດ ທັງບໍ່​ມີ​ເງິນ​ລາງວັນ​ໃນ​ທ້າຍ​ປີ ຈຶ່ງ​ຮຽກຮ້ອງໃຫ້ບໍລິສັດ ASM ທີ່​ຕົນ​ສັງກັດ​ນັ້ນປະຕິບັດ​ຕາມ​ຄຳ​ໝັ້ນສັນຍາຈ່າຍເງິນ​ເດືອນ​ແລະ​ເງິນ​ສະຫວັດດີ​ການ​ທີ່​ຕົນ​ໄດ້​ໃຫ້​ໄວ້.

ຈາກ​ນັ້ນ, ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ບໍລິສັດ ASM ກໍ​ໄດ້​ເຈລະຈາ ​ແລະ ຫາລື​ຢ່າງ​ລະອຽດ​ກັບ​ພະນັກງານ​ຢຸດ​ງານ ຈຶ່ງ​ເຮັດ​ໃຫ້ການ​ຢຸດ​ງານ​ຄັ້ງນີ້​​ສິ້ນ​ສຸດ​ລົງ​ໃນ​ເວລາ​ປະມານ 8:00 ​ໂມງ​ຂອງມື້​ຕໍ່​ມາ ​ແລະ ​ເນື່ອງ​ຈາກ​ການແກ້​ໄຂບັນຫາ​ໄດ້​ທັນ​ການ ຈຶ່ງ​ເຮັດ​ໃຫ້ການ​ຢຸດ​ງານ​​ບໍ່​​ໄດ້ສົ່ງ​ຜົນ​ກະທົບຫຼາຍປານ​ໃດ​ຕໍ່​ຜູ້​ໂດຍສານ​ໃນ​ສະໜາມ​ບິນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ