ເຈົ້າໜ້າ​ທີ່ຣັດ​ເຊຍ​ຢືນຢັນ​ບັນດາ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ເພື່ອ​ບັນລຸ​ການ​ຢຸດ​ຍິງຢູ່​ຊີຣີ
2017-02-07 11:12:25  cri 

ກອງ​ປະຊຸມ​ໜ່ວຍ​ງານ​ປະສົມຣັດ​ເຊຍ, ຕວກກີ ​ແລະ ອີຣານ​ເພື່ອ​ຕິດຕາມ​ການ​ຢຸດ​ຍິງ​ຢູ່​ຊີຣີຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງອາສຕານາ ປະ​ເທດ​ກາ​ຊັກ​ສະຖານ ​ໃນ​ວັນ​ທີ 6 ກຸມພາ​ນີ້ ​ແລະ​ໃນ​ພິທີ​ຖະ​ແຫຼງຂ່າວຫຼັງສຳ​ເລັດກອງ​ປະຊຸມດັ່ງກ່າວ, ທ່ານ​ກາດ​ຊີ​ມາ​ໂກ​ເມ​ດົຟ ຫົວໜ້າ​ຄະນະ​ຜູ້​ແທນຣັດ​ເຊຍ ກ່າວ​ວ່າ: ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ ​ໄດ້​ປຶກສາ​ຫາລື​ສະພາບ​ການ​ປະຕິບັດ​ຕາມ​ສັນຍາ​ຢຸດ​ຍິງ​ຊີຣີ, ກົນ​ໄກ​ການ​ຕິດຕາມ​ການ​ຢຸດ​ຍິງ​ທີ່​ມີ​ຜົນ, ການ​ແຈກ​ຢາຍ​ເຄື່ອງ​ຂອງທາງ​ມະນຸດສະທຳ, ການ​ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ລະຫວ່າງ​ລັດຖະບານ​ຊີຣີ​ແລະ​ບັນດາ​ຝ່າຍ​ຕໍ່ຕ້ານ ​ແລະ​ບັນຫາ​ອື່ນໆ. ຂະນະ​ດຽວ​ກັນ, ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ຍັງ​ສະ​ເໜີ​ໃຫ້​ລັດຖະບານ​ຊີຣີ ​ແລະ ຝ່າຍ​ຕໍ່ຕ້ານ ສ້າງ​ໜ່ວຍ​ງານ ​ເພື່ອ​ຮ່ວມ​ກັນ​ຮ່າງ​ລັດຖະທຳ​ມະນູນ​ຊີຣີສະບັບ​ໃໝ່.

ທ່ານ​ກາດ​ຊີ​ມາ​ໂກ​ເມ​ດົຟ ກ່າວ​ຕື່ມ​ວ່າ: ຣັດ​ເຊຍ​ແລະ​ອີຣານ​ຕ່າງ​ກໍໄດ້​ສ້າງ​ສູນ​ຕິດຕາມ​ການ​ຢຸດ​ຍິງ​ແລ້ວ ​ເຊິ່ງສູນ​ສອງ​ແຫ່ງ​ກໍ​ໄດ້​ແລກປ່ຽນ​ສະພາບ​ການລະ​ເມີດ​ສັນຍາ​ການ​ຢຸດ​ຍິງ​ໃນ​ແຕ່​ລະ​ມື້. ຂະນະ​ທີ່​ກຸ່ມ​ກໍ່​ການ​ຮ້າຍ​ສາກົນຫຼອນ​ໂຈມ​ຕີ​ກອງທັບ​ຊີຣີ ​ແລະ ກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ ພວມ​ເປັນ​ການ​ລົບ​ກວນ​ການ​ປະຕິບັດ​ສັນຍາ​ຢຸດ​ຍິງ.
ກອງ​ປະຊຸມໜ່ວຍ​ງານ​ປະສົມຄັ້ງໜ້າ​ ​ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງອາສຕານາ ປະ​ເທດ​ກາ​ຊັກ​ສະຖານ ​ແຕ່ວັນ​ທີ 15 ຫາ​ວັນ​ທີ 16 ກຸມພາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ