ປີ 2016 ​ໄທ​ສົ່ງ​ອອກ​ເຂົ້າສານ​ເປັນອັນ​ດັບ​ສອງ​ຂອງ​ໂລກ
2017-02-07 16:33:02  cri 

ສະມາຄົມ​ນັກທຸລະກິດ​ສົ່ງ​ອອກ​ເຂົ້າສານ​ໄທ​ຢືນຢັນ​ໃນ​ວັນ​ທີ 4 ກຸມພາ​ນີ້​ວ່າ: ປີຜ່ານ​ມາ, ​ໄທ​ໄດ້​ສົ່ງ​ອອກ​ເຂົ້າສານ 9 ລ້ານ 8 ​ແສນ 8 ໝື່ນ​ໂຕນ ​ເພີ່ມ​ຂຶ້ນ 0,9% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະບັນລຸມູນ​ຄ່າ​ສົ່ງ​ອອກ​ກວ່າ 4 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ ຈາກປະລິມານ​ການສົ່ງ​ອອກ​ດັ່ງກ່າວ​ໄດ້​ກາຍເປັນອັນ​ດັບ​ສອງ​ຂອງ​ໂລກ ​​ຖັດຈາກ​ອິນ​ເດຍທີ່​ສົ່ງ​ອອກ 10 ລ້ານ 4 ​ແສນ 3 ໝື່ນ​ໂຕນ.

ກ່ອນ​ໜ້າ​ນີ້, ລັດຖະບານ​ໄທ​ຄາດ​ວ່າ ປີ 2016 ​ຈະ​ບັນລຸ​ການສົ່ງ​ອອກ​ເຂົ້າສານກວ່າ 10 ລ້ານ​ໂຕນ, ​ແຕ່​ຕົວ​ເລກ​ຫຼ້າສຸດຄື​ດັ່ງກ່າວ​ຊີ້ໃຫ້​ເຫັນ​ເຖິງ​ການບໍ່​ບັນລຸ​ຕາມ​​ເປົ້າໝາຍ. ​ແນວ​ໃດ​ກໍ​ດີ, ສະມາຄົມ​ສົ່ງ​ອອກ​ເຂົ້າສານ​ໄທ​ຊີ້​ວ່າ: ປີ​ນີ້, ​ ການສົ່ງ​ອອກ​ເຂົ້າສານໃນ​ຕະຫຼາດ​ໂລກ​ຈະ​​ແຂ່ງຂັນດຸ​ເດືອດ​ກວ່າ​ເ​ກົ່າ ​ເນື່ອງ​ຈາກຫຼາຍ​ປະ​ເທດ​ສົ່ງ​ອອກ​ເຂົ້າສານຈະ​ເພີ່ມຜົນ​ຜະລິດ, ຂະນະ​ທີ່​ປະ​ເທດ​ນຳ​ເຂົ້າ​ເຂົ້າສານ​ພັດມີ​ຄວາມ​ຕ້ອງການຫຼຸດໜ້ອຍ​ລົງ ​ເຮັດ​ໃຫ້​ລາຄາ​ເຂົ້າສານ​ຖືກ​ລົງ. ຈາກ​ນີ້ຈຶ່ງ​ໄດ້​ຕັ້ງ​ເປົ້າສົ່ງ​ອອກ​ເຂົ້າສານ​ໃນ​ປີ​ນີ້​ 9 ລ້ານ 5 ​ແສນ​ໂຕນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ