ນາຍົກ​ກຳປູ​ເຈຍ​ກ່າວ​ຢ້ຳຫຼັກ​ໝັ້ນ "ປະ​ເທດ​ຈີນ​ດຽວ" ຢ່າງໜັກ​ແໜ້ນ
2017-02-07 16:12:07  cri 
ຕອນ​ຄ່ຳ​ວັນ​ທີ 4 ກຸມພາ​ນີ້, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ຢ້ຳວ່າ,​ ລັດຖະບານ​ກຳປູ​ເຈຍ​ຈະ​ຍຶດໝັ້ນ​ນະ​ໂຍບ​າຍປະ​ເທດ​ຈີນ​ດຽວ​ໃນຕະຫຼອດ​ໄປ​ແລະ​ເດັດດ່ຽວ​ບໍ່​ປ່ຽນ​ແປງ,​ ຫຼັກ​ໝັ້ນ​ດັ່ງກ່າວ​. ຂະນະ​ດຽວ​ກັນ​ກໍ​ເດັດດ່ຽວ​ບໍ່​ອະນຸຍາດ​ໃຫ້​ໄຕ້​ຫວັນ​ຕັ້ງ​ອົງການ​ຈັດ​ຕັ້ງ​ທາງ​ການ​ໃດໆ​ຢູ່ກຳ​ປູ​ເຈຍ​. ລວມທັງ​ສະໜັບສະໜູນ​ຈີນ​ຮັກສາ​ສິດ​ອະທິປະ​ໄຕ​ຂອງ​ຕົນ,​ ກໍ​ຄື​ບັນຫາ​ກ່ຽວ​ກັບ​ເຂດ​ຕິ​ເບ​ດ. ຮັກສາ​ຫຼັກການ​ປະ​ເທດ​ຈີນ​ດຽວທີ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຮັກສາ​ສັນຕິພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ທ່ານ​ຮຸນ​ແຊນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ໂອກາດ​​ເຂົ້າ​ຮ່ວມ​ງານ​ລ້ຽງ​ສາມັກຄີ​ຍາມ​ບຸນ​ກຸດ​ຈີນ​ກັບ​ຜູ້ຕາງໜ້າ​ຄົນ​ຈີນ​ທີ່ອາ​ໄສ​ຢູ່ກຳ​ປູ​ເຈຍ​ແລະ​ຄົນ​ກຳປູ​ເຈຍ​ເຊື້ອສາຍ​ຈີນ 5000 ຄົນ. ທັງ​ນີ້​ໃນ​ໂອກາດ​ກ່າວ​ປາ​ໄສ,​ ທ່ານ​ຮຸນ​ແຊນ​ໄດ້​ຂອບ​ໃຈ​ຄົນ​ຈີນ​ທີ່​ໄດ້​ປະກອບສ່ວນອັນ​ໃຫຍ່​ຫຼວງ​ ​ສ້າງສາ​ກຳປູ​ເຈຍ,​ ​ແລະ​ທີ່​ສຳຄັນກຳປູ​ເຈຍ​ຈະ​ສ້າງ​ສິ່ງ​ແວດ​ລ້ອມດ້ານ​ນະ​ໂຍບາຍ​ທີ່​ດີກ​ວ່າ​ເກົ່າ,​ ​ເພື່ອ​ດຶງ​ດູດ​ຄົນ​ຈີນ​ເຂົ້າ​ຮ່ວມ​​ສ້າງສາ​ພັດທະນາ​ກຳປູ​ເຈຍ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ