ຮອດ​ປີ 2020 ປະຊາກອນ​ຈີນ​ຈະມີ​ປະມານ 1 ຕື້ 420 ລ້ານ​ຄົນ
2017-02-07 16:15:22  cri 
ຫວ່າງ​ມໍ່ໆ​ມາ​ນີ້,​ ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ​ຈີນ​ໄດ້​ພິມ​ຈຳໜ່າຍ "​ແຜນການ​ພັດທະນາ​ການ​ວາງ​ແຜນ​ຄອບຄົວ​ທົ່ວ​ປະ​ເທດ​ທີ່​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13" ​ໄດ້​ວາງ​ເປົ້າ​ໝາຍ​ພັດທະນາ​ຄື: ຮອດ​ປີ 2020,​ ປະຊາ​ກອນ​​ໃນ​ທົ່ວ​ປະ​ເທດ​ຈີນ​ຈະມີ​ປະມານ 1 ຕື້ິ 420 ລ້ານ​ຄົນ,​ ​ໂດຍ​ເພີ່ມ​ຂຶ້ນ​ທຳ​ມະ​ຊາດ​ປະມານ 0,6% ຕໍ່​ປີ, ອັດຕາ​​ເພດ​ການ​ເກີດ​ຫຼຸດ​ລົງ​ຕ່ຳ​ກວ່າ 112.

ຂ່າວ​ແຈ້ງວ່າ,​ ​ໃນ​ໄລຍະປະຕິບັດ "​​ແຜນການພັດທະນາ 5 ປີ​ຄັ້ງ​ທີ 12", ​​ໄດ້​ບັນລຸ​ຕາມເປົ້າ​ໝາຍຕົ້ນຕໍ​ໃນ​ການ​ວາງ​ແຜນ​ຄອບຄົວ​ຂອງ​ປະ​ເທດ​ຈີນ​​ເປັນ​ຕົ້ນ,​ ອັດຕາ​ເພີ່ມ​ຂຶ້ນ​ທຳ​ມະ​ຊາດ​ຂອງ​ປະຊາກອນ​​ຮັກສາຢູ່​ໃນ​ລະດັບ 0,5%,​ ອັດຕາ​​ເພດ​ການ​ເກີດຈາກ 117,94 ຫຼຸດ​ລົງ​ເຖິງ 113,51, ​ແລະ​ໃນທ້າຍ​ປີ 2015 ​ຈີນ​ມີ​ປະຊາກອນ 1 ຕື້ 375 ລ້ານ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ