ຈີນ​​ເນັ້ນ​ບັນຫາ​ທະ​ເລ​ຈີນ​ໃຕ້: ​ຄວນ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ດ້ວຍ​ຕົນ​ເອງ​ໂດຍ​ຜ່ານ​ເວທີ​ການ​ຕ່າງປະ​ເທດ
2017-02-07 16:22:10  cri 
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ກຸມພາ​ນີ້,​ ມີ​ນັກ​ຂ່າວ​ຖາມ​ວ່າ, ກ່ອນໜ້າ​ນີ້​ບໍ່​ດົນ,​​ທ່ານ​ເຈ​ມ ມະ​ທິສ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​​ໃນ​ໂອກາດ​ຢ້ຽມຢາມ​ຍີ່ປຸ່ນວ່າ, ຕົນ​​ເຫັນ​ວ່າ​ປັດຈຸບັນ​ບໍ່​ມີ​ຄວາມ​ຈຳ​ເປັນ​​ໃນ​ການ​ເຄື່ອນ​ໄຫວ​ການ​ທະຫານ​ຂະໜາດ​ໃຫຍ່​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.​ ​ຂະນະ​ດຽວ​ກັນ,​ ການ​ກະທຳ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​​ໃຕ້​ໄດ້​ທຳລາຍ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ເທດ​ຢູ່​ພາກພື້ນ​ດັ່ງກ່າວ. ຈີນ​ມີ​ຄວາມ​ເຫັນ​​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ລູ້​ຄາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ ຈາກ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງຢູ່​ອ້ອມ​ຂ້າງ​ທະ​ເລ​ຈີນ​ໃຕ້ນັ້ນ,​ ​ໄດ້​ເຮັດ​ໃຫ້ປັດຈຸບັນ​ສະຖານະ​ການ​​ເຂດ​ທະ​ເລ​ຈີນ​​ໃຕ້​ໄດ້​ກັບ​ຄືນ​ສູ່​ສະພາບປົກກະຕິ​ແລ້ວ,​ ທັງ​ເປັນ​ສະພາບ​ທີ່​ດີງາມ​ຫຼັງຝ່າຍ​ທີ່​ກ່ຽວຂ້ອງ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ການ​ເຈລະຈາ, ທັງ​ນີ້​ເປັນ​ຜົນ​ມາ​ຈາກຈີນ​ແລະ​ປະ​ເທດ​​ໃນອາ​ຊຽນ​ໄດ້​ມີ​ຄວາມພະຍາຍາມ​ຮັກສາ​ສັນຕິພາບ​,​ ສະຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ. ​ເຊິ່ງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະ​ເທດ​ຢູ່​ພາກ​ພື້ນ​ດັ່ງກ່າວ,​ ​ແນວ​ໃດ​ກໍ​ດີກໍ​ຫວັງ​​ໃຫ້​ປະ​ເທດ​ຢູ່​ນອກ​ພາກ​ພື້ນ​ຈົ່ງເຄົາ​ລົບ​​ຜົນ​ປະ​ໂຫຍດ​ແລະ​ຄວາມ​ປາ​ຖະໜາ​ຮ່ວມ​ກັນ​ຂອງ​ປະ​ເທດ​ຢູ່​ພາກ​ພື້ນ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ