ໄທ​ແກ່ຍາວ​ເວລາ​ປະຕິບັດ​ນະ​ໂຍບາຍ​ຫຼຸດຫຼື​ຍົກ​ເວັ້ນຄ່າ​ວີຊາ​ທ່ອງ​ທ່ຽວ​ຕໍ່​ຈີນ​​ແລະ​ປະ​ເທດ​ອື່ນ
2017-02-08 10:37:10  cri 
ທ່ານ​ນາງ​ກອບ​ການ ວັດທະນະ​ວະຣາງກູນ ລັດຖະມົນຕີ​ກະຊວງ​ທ່ອງທ່ຽວ​ແລະ​ກິລາ​ໄທ​ກ່າວ​ຫຼັງ​ກອງ​ປະຊຸມ​ຄະນະ​ລັດຖະບານ​ໃນ​ວັນ​ທີ 7 ກຸມພາ​ນີ້​ວ່າ: ຄະນະ​ລັດຖະບານ​ໄທ​ໄດ້​ອະ​ນຸມັດ​ແກ່ຍາວ​ເວລາ​ປະຕິບັດ​ນະ​ໂຍບາຍ​ຫຼຸດ​ຫຼື​ຍົກ​ເວັ້ນຄ່າ​ວີ​ຊາ​ທ່ອງ​ທ່ຽວ​​ໂດຍເລັງໃສ່ 21 ປະເທດແ​ລະ​ເຂດ​ແຄວ້ນ​ເຊິ່ງລວມທັງ​ປະ​ເທດ​ຈີນ​ນັ້ນ​ໄປ​ອີກ 6 ​ເດືອນ​ ​ຈົນ​ເຖິງ​ວັນ​ທີ 31 ສິງຫາ​ປີ​ນີ້. ທັງ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ຄື​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຫຼົ່າ​ນີ້​ຈະ​ບໍ່​ຕ້ອງ​ຈ່າຍ​ຄ່າ​ໃດໆ​ເມື່ອ​ເຮັດ​ວີ​ຊາ​ທ່ອງ​ທ່ຽວ​ໄທ​ຢູ່​ປະ​ເທດ​ຫຼື​ເຂດ​ແຄວ້ນ​ທີ່​ເປັນ​ເປົ້າ​ໝາຍກ່ອນ​ວັນ​ທີ 31 ສິງຫາ. ຂະນະ​ທີ່​ຄ່າ​ທຳນຽມເຮັດ​ວີ​ຊາ​ກັບ​ດ່ານ​ຢູ່​ໄທ​ຍັງ 1000 ບາດ​ຄື​ເກົ່າ.

ນັບ​ແຕ່ທ້າຍ​ເດືອນ​ສິງຫາ​ປີຜ່ານມາ, ການ​ເຕີບ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ ​ເຊິ່ງ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ໄທນັ້ນ​ບໍ່​​ບັນລຸ​ຕາມ​ຄາດໝາຍ ກົງກັນຂ້າມ​ໄດ້​ຫຼຸດ​ໜ້ອຍ​ລົງ​ໃນ​ຊົ່ວ​ໄລຍະ. ຈາກ​ນີ້​​ ​ຈິ່ງ​ປະຕິບັດ​ນະ​ໂ​ຍບາຍ​ຍົກ​ເວັ້ນຄ່າ​ວີ​ຊາ​ທ່ອງ​ທ່ຽວ​ເປັນ​ເວລາ 3 ​ເດືອນ​ນັບ​ແຕ່​ເດືອນ​ທັນ​ວາ​ຜ່ານ​ມາ ​ເພື່ອ​ດຶງດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ທ່ຽວ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ