ຫິມະ​ຕົກ​ໜັກ​ຢູ່​ອັຟກາ​ນິສະຖານ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດກວ່າ 100 ຄົນ
2017-02-08 10:44:40  cri 
ສື່​ອັຟກາ​ນິສະຖານ​ລາຍ​ງານ​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງທ່ານ​ອັບ​ດູ​ນລາ ຫົວໜ້າ​ເຈົ້າ​ໜ້າ​ທີ່ບໍລິຫານ​ງານ​ອັຟກາ​ນິສະຖານໃນ​ວັນ​ທີ 6 ກຸມພາ​ນີ້​ວ່າ: ​ຫຼັງຫິມະ​ຕົກ​ໜັກມາ​ເປັນ​ເວລາຫຼານ​ມື້​ ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 107 ຄົນ.

ຂ່າວ​ແຈ້ງວ່າ: ​ນັບແຕ່​ອາທິດ​ຜ່ານ​ມາ, ອັຟກາ​ນິສະຖານ​ປະສົບສະພາບຫິມະ​ຕົກ​ໜັກ​ແບບ​ບໍ່​​ເຄີຍ​ມີ​ມາ​ກ່ອນໃນ​ປະຫວັດສາດ, ຂະນະ​ທີ່​ບາງ​ທ້ອງ​ຖິ່ນ​ຫິມະ​ປົກ​ຫຸ້ມ ​ໜາ​ເຖິງ 2-3 ​ແມັດ ທັງເກີດ​ຫິມະ​​ເຈື່​ອນ, ກ້າມ​ແລະ​ອຸນ​ຫະພູມ​ຕ່ຳ​​ເປັນ​ບໍລິ​ເວນ​ກວ້າງ​ໂດຍ​ໃນ 22 ​ແຂວງ​​ທົ່ວ​ປະ​ເທດ​ທີ່ປະສົບ​ໄພ​ຫິມະ​ຕົກ​ໜັກ​ ​ຫວ່າງ​ມໍ່ໆ​ນີ້, ​ ​ແຂວງ​ນູຣີສະຖານ ທາງ​ພາກ​ຕາ​ເວັນ​ອອກ​ແລະ​ແຂວງ​ບາ​ດາ​ເຮີ​ຊານ ທາງ​ພາກ​​ເໜືອ​ປະສົບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. ປັດຈຸບັນ, ລັດຖະບານ​ອັຟກາ​ນິສະຖານກຳລັງ​ປະ​ເມີນ​ຜົນ​ເສຍ​ຫາຍ​ຈາກ​ໄພ​ຫິມະ​ຕົກ​ໜັກ. ຂະນະ​ທີ່ການ​ກູ້​ໄພກໍ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຂຸ້ນຂ້ຽວ,​ແນວ​ໃດ​ກໍ​ດີ,ຄາດ​ວ່າ ຈຳນວນຜູ້ເສຍ​ຊີວິດ​ແລະ​ບາດ​ເຈັບ​ອາດ​ຈະ​​ເພີ່ມ​ຂຶ້ນ​ຕື່ມ.

ທ່ານ​ອັບ​ດູ​ນລາຢືນຢັນວ່າ: ການ​ກູ້​ໄພ​ຫິມະ​ຕົກ​ໜັກ​ໃກ້​ຈະສຳ​ເລັດ​ເຊິ່ງຈະ​ເຮັດ​ໃຫ້​ເສັ້ນທາງ​ຄົມມະ​ນາຄົມ​ຢູ່ບັນດາ​ແຂວງ,​ເມືອງ​ໃນ​ທົ່ວ​ປະ​ເທດທີ່ກຳລັງ​ປົວ​ແປງ​ນັ້ນ​ກັບຄືນ​ສູ່​ປົກກະຕິ​ຕາມ​ລຳດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ