ເລຂາທິການ​ໃຫຍ່​ສປຊ​​ເສຍ​ໃຈ​ທີ່ອິສຣາ​ແອນຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງຈຸດ​ຕັ້ງ​ຖິ່ນ​ຖານ​ໃຫ້​ຊອບ​ດ້ວຍ​ກົດໝາຍ
2017-02-08 10:50:13  cri 
​ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕ​ເຣັສເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​​ແຫຼງການ​​​ໃນ​ວັນ​ທີ 7 ກຸ​ມພາ​ນີ້​ໂດຍ​ສະ​ແດງ​ຄວາມ​ເສຍ​ໃຈ​ທີ່​ສຸດ​ຫຼັງລັດຖະສະພາ​ອິສຣາ​ແອນ​ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຮັດ​ໃຫ້​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວຢູ່​ຝັ່ງ​ຕາ​​ເວັນ​ຕົກ​ແມ່​ນ້ຳ​ຊັອກດາ​ນີໃຫ້​ຊອບ​ດ້ວຍ​ກົດໝາຍ​ໃນ​ວັນ​ທີ 6 ກຸມພາ​ນີ້. ​ແນວ​​ໃດ​ກໍ​ດີ​ທ່ານ​ກໍຢືນຢັນ​ວ່າ ຮ່າງ​ກົດໝາຍ​ສະ​ບັນ​ນີ້​ໄດ້​ຝ່າ​ຝືນ​ກົດໝາຍ​ລະຫວ່າງ​ຊາດ ທັງ​ເລັ່ງ​ໃຫ້​ບັນດາ​ຝ່າຍ​ດຳ​ເນີ​ນການ​ເຈລະຈາ​ຕາມ​ມະຕິ​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແລະ​ສັນຍາ​ລະຫວ່າງ​ປາ​ເລັສຕິນ-ອິສຣາ​ແອນ ​ເພື່ອ​ແກ້​ໄຂ​ບັນຫາ​ໃຈກາງ ​ແລະ​ບັນລຸ​ "​ແຜນການ​ສ້າງ​ເປັນສອງ​ປະ​ເທດ"

ຖະ​ແຫຼ​ງການ​ດັ່ງກ່າວ​ລະບຸ​ວ່າ: ຮ່າງ​ກົດໝາຍ​ຂອງ​ອິສຣາ​ແອນ​ໄດ້​ຝ່າຝືນ​ກົດໝາຍ​ລະຫວ່າງ​ຊາດ ​ເຊິ່ງຈະ​ສ້າງ​ຜົນ​ຮ້າຍ​ຕາມ​ຫຼັງ​ທາງ​ກົດໝາຍ​ທີ່​ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງຍາວ​ນານ​ຕໍ່​ອິສຣ​ແອນ ​ແລະຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວລະບຸ​ວ່າ​ຈະ​ເຮັດ​ໃຫ້​ຈຸດ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ດິນ​ເອກະ​ຊົນ​ຂອງ​ປາ​ແລັສຕິນ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຊັອກດາ​ນີ​ເຊິ່ງ​ເປັນ​ດິນ​ແດນ​ຖືກ​ຍຶດຄອງ​ນັ້ນ​ໃຫ້​ຊອບ​ດ້ວຍ​ກົດໝາຍ. ທ່ານ​ກູ​ເຕ​ເຣັສ​ເນັ້ນ​ວ່າ ຕ້ອງ​ຫຼີກ​ເວັ້ນທຸກ​ການ​ເຄື່ອນ​ໄຫວ​ທີ່​ອາດ​ຈະ​ທຳລາຍ "​ແຜນການ​ສ້າງ​ເປັນ​ສອງ​ປະ​ເທດ" ​ແລະທຸກ​ບັນຫາ​ໃຈກາງ​ຄວນ​​ໃຫ້​ສອງ​ຝ່າຍ​ແກ້​ໄຂ​ດ້ວຍ​ການ​ເຈລະຈາ​ໂດຍ​ກົງ​ບົນ​ພື້ນຖານປະຕິບັດ​ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແລະ​ສັນຍາ​ຮ່ວມ ​ເຊິ່ງອົງການ​ສະຫະ​ປະຊາ​ຊາດ​ຍິນ​ດີສະໜັບສະ​ໜູນ​​​ດ້ານ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ