ເຈົ້າ​ໜ້າ​ທີ່ຟີ​ລິບ​ປິນ​ແນະນຳ​ແຜນ​ງານ​ປະຕິບັດ​ໜ້າ​ທີ່ປະ​ເທດ​ປະທານ​ໝູນວຽນ​ຂອງອາ​ຊຽນ
2017-02-08 16:37:38  cri 
​ໂອກາດ​ພົບ​ປະ​ກັບ​ທ່ານ​ນາງ​ຢາງ​ຊິ້ວຜິ​ງ ​ເລຂາທິການ​ໃຫຍ່​ສູນ​ຈີນ-ອາ​ຊຽນຢູ່​ນະຄອນຫຼວງ​ມະ​ນີລາ ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 7 ກຸມພາ​ນີ້,ທ່ານ​ນາງເຮ​ເລັນ ​ເດ​ລາ​ເວີ​ກາ ຫົວໜ້າ​ກົມ​ອາ​ຊຽນທັງ​ເປັນ​ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບປິນ​ໄດ້​ແນະນຳ​ແຜນ​ງານ​ຂອງ​ປະ​ເທດ​ໃນຖານະ​ເປັນ​ປະ​ເທດ​ປະທານ​ໝູນ​ວຽນ​ຂອງ​ອາ​ຊຽນ.

ທ່ານນາງ​ ​ເດ​ລາ​ເວີ​ກາ ຢືນຢັນ​ວ່າ ຟີ​ລິບ​ປິນ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັບ​ຄູ່​ເຈລະຈາ​ອາ​ຊຽນ​ແລ້ວ​ໂດຍ​ໄດ້​ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ບັນດາ​ຝ່າຍ  ​ແລະ​ພ້ອມຈະ​ປິ່ນ​ອ້ອມຫົວ​ຂໍ້ "ຕ້ອນຮັບ​ການ​ປະຕິ​ຮູບ, ​ເຊື່ອມ​ໂຍງ​ສາກົນ"​ໂດຍ​ເຈາະ​ຈົງ​ຊຸກຍູ້​ 6 ບັນຫາ​ບຸລິ​ມະ​ສິດ​ເຊັ່ນ​ກໍ່ສ້າງ​ສາ​ອາ​ຊຽນທີ່​ຖື​ຄົນ​ເປັນ​ຫຼັກ, ການ​ປະດິດ​ສ້າງ​​ແລະ​ເຕີບ​ໂຕ​ແບບ​ກວມ​ລວມ​ແລະ​ອື່ນໆ.

ທ່ານ​ນາງ​ຢາງ​ຊິ້ວຜິ​ງຢືນຢັນວ່າ: ​ໃນ​ຖານະ​ທີ່ຟີ​ລິບ​ປິນ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນປະຈຳ​ປີ 2017 ນີ້, ສູນ​ຈີນ-ອາ​ຊຽນຫວັງ​ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະພົວພັນກັບ​ຟີ​ລິບ​ປິນ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ຊຽນກໍ​ຄື​ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນ​ໃຫ້​ສືບ​ຕໍ່​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ​​ແ​ລະຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ