ຄັງ​ສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນຫຼຸດ​ຕ່ຳ​ກວ່າ 3.000 ຕື້​ໂດ​ລາ​ສະຫະລັດ
2017-02-08 11:30:04  cri 

ທະນາຄານ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ກາງ​ຈີນ ​ໄດ້​ປະກາດ​ໃນ​ວັນ​ທີ 7 ກຸມພາ​ນີ້​ວ່າ ມາ​ຮອດ​ວັນ​ທີ 31 ມັງກອນ​ຜ່ານ​ມາ, ຄັງ​ສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຕົນ​ມີ 2.998 ຕື້ 204 ລ້ານ​ໂດ​ລາ​ສະຫະລັດ ຫຼຸດລົງ 12 ຕື້ 313 ລ້ານ​ໂດ​ລາ​ເມື່ອ​ທຽບ​ໃສ່​ທ້າຍ​ປີຜ່ານມາ ​ແລະຫຼຸດລົງ 7 ​ເດືອນ​ຢ່າງ​ຕໍ່​ເນື່ອງ.

ຂ່າວ​ແຈ້ງ​ອີກ​ວ່າ, ຄັງ​ສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຈີນ​ໃນ​ເດືອນ​ມັງກອນ​ປີ​ນີ້ ​ໄດ້ຫຼຸດລົງ 0,4% ​ເມື່ອທຽບ​ໃສ່​ເດືອນ​ທັນວາ​ປີຜ່ານມາ ​ໂດຍລະດັບການຫຼຸດ​ໄດ້​ຕ່ຳລົງຫຼາຍ​ເດືອນ​ຢ່າງ​ຕໍ່​ເນື່ອງ ​ແລະ​​ໂດຍ​ລວມ​ແລ້ວ, ​ປີຜ່ານມາ​ໄດ້ຫຼຸດລົງ​ 319 ຕື້ 844 ລ້ານ​ໂດ​ລາ​ສະຫະລັດ ຍອດ​ຈຳນວນເຫຼືອພຽງ​ແຕ່​ກວ່າ 3.000 ຕື້​ໂດ​ລາ​ເທົ່າ​ນັ້ນ ​ແລະ​ໃນ​ເດືອນ​ມັງກອນ​ໄດ້ຫຼຸດລົງ​ອີກ 12 ຕື້ 313 ​ໂດ​ລາ ​ສົ່ງ​ຜົນ​ເຮັດ​ໃຫ້ຄັງ​ສຳຮອງ​ຕ່ຳ​ກວ່າ  3.000 ຕື້​ໂດ​ລາ​ສະຫະລັດ.

ນອກ​ນີ້, ທະນາຄານ​ກາງ​ຈີນ​ຍັງ​ປະກາດ​ວ່າ: ຄຳສະ​ສົມຂອງ​ປະ​ເທດ​ຕົນ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ມີ​ເຖິງ 59 ລ້ານ 2 ​ແສນ 4 ໝື່ນ​ອອນ ຫຼື ມີ​ມູນ​ຄ່າ 71 ຕື້ 292 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ