ປະທານາທິບໍດີ​ຟິລິບ​ປິນ​ຫ້າມ​ບໍ່ໃຫ້​ກອງທັບ​ອາ​ເມ​ລິ​ກາ​ຮັກສາ​ອາວຸດໃນ​ຖານ​ທັບ​ປະຈຳປະ​ເທດ​ຕົນ
2017-02-08 11:31:58  cri 

ທ່ານ​ເດ​ວຟິນ ​ໂລ​ເຣນຊາ​ນາ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຟິລິບ​ປິນກ່າວ​ໃນ​ວັນ​ທີ 7 ກຸມພາ​ນີ້​ວ່າ: ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທາ​ນາ​ທິບໍດີ​ປະ​ເທດ​ຕົນ​ໄດ້​ເຫັນ​ດີ​ໃຫ້​ກອງ​ທັບ​ອາ​ເມ​ລິ​ກາ​ນຳ​ໃຊ້​ຖານ​ທັບ​ປະຈຳ​ຟິລິບ​ປິນແລະຕິດຕັ້ງ​ອຸປະກອນ ຫຼື ກໍ່ສ້າງສິ່ງ​ປຸກ​ສ້າງ​​ການ​ທະຫານ ຕາມ​ສັນຍາ​ລະຫວ່າງ​ສອງ​ປະ​ເທດ, ​ແຕ່​ຫ້າມ​ບໍ່​ໃຫ້​ກອງທັບ​ອາ​ເມ​ລິ​ກາ​ຮັກສາ​ອາວຸດ​ໄວ້​ໃນ​ຖານ​ທັບ​ເຫຼົ່ານີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນ​ເຄີຍ​ປະກາດ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ວ່າ: ປີ​ນີ້, ກອງທັບອາ​ເມ​ລິ​ກາຈະ​ເລີ່​ມສ້າງ​ສິ່ງ​ປຸກ​ສ້າງ​ການ​ທະຫານ​ ລວມທັງ​ສາງ​ມ້ຽນເຄື່ອງ ​ແລະ ທາງ​ຂຶ້ນລົງ​ສຳລັບ​​ເຮືອ​ບິນ ໃນ​ຖານ​ທັບ​ທີ່​ໄດ້ເລືອກ​ໄວ້.

ຂ່າວ​ແຈ້ງ​ອີກ​ວ່າ, ລັດຖະທຳ​ມະນູນ​ຟິລິບ​ປິນ​ໄດ້​ລະບຸ​ຢ່າງ​ຈະ​​ແຈ້ງວ່າ ຫ້າມ​ບໍ່​ໃຫ້​ກອງທັບ​ຕ່າງປະ​ເທດ​ສ້າງ​ຖານ​ທັບ​ຢູ່​ປະ​ເທດ​ຕົນ, ​ແຕ່ "ສັນຍາ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ" ​ໄດ້​ອະນຸຍາດ​ໃຫ້​ກອງທັບ​ອາ​ເມ​ລິ​ກາ​ນຳ​ໃຊ້​ຖານ​ທັບ​ຟິລິບ​ປິນ, ຕິດຕັ້ງອຸປະກອນ ຫຼື ກໍ່ສ້າງສິ່ງ​ປຸກ​ສ້າງ​ການ​ທະຫານ ​ແລະ​ສາມາດ​ຮັກສາ​ໄວ້​ໄດ້ ລວມທັງຕິດຕັ້ງອາວຸດ​. ນອກ​ນີ້, ​ເມື່ອ​ເດືອນ​ມີນາ​ປີ 2016, ຟິລິບ​ປິນ​ແລະ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ​ໂດຍ​ລະບຸ​ວ່າ ກອງທັບ​ອາ​ເມ​ລິ​ກາສາ​ມາດ​ນຳ​ໃຊ້​ຖານ​ທັບ 5 ​ແຫ່ງຢູ່ຟິລິບ​ປິນ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ