ລະບົບ​ລົດ​ເມ​ຄວາມ​ໄວ​ສູງນະຄອນຫຼວງບາງກອກຈະ​ຢຸດບໍລິການຫຼັງຂາດທຶນ​
2017-02-08 15:23:21  cri 

ລະບົບ​ລົດ​ເມ​ຄວາມ​ໄວ​ສູງ ຫຼື BRT ນະຄອນຫຼວງບາງກອກ​ປະ​ເທດ​ໄທ ​ແມ່ນ​ມາດ​ຕະການ​ຂອງ​ອຳນາດ​ການ​ປົກຄອງ​ບາງກອກ​ເພື່ອສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຊາວ​ເມືອງ​, ​ແຕ່​ເນື່ອງ​ຈາກ​ຂາດທຶນ​ເຖິງ 200 ລ້ານ​ບາດ​ຕໍ່​ປີ ຈຶ່ງ​ຈຳ​ເປັນ​ຈະຢຸດ​ບໍລິການຊາວ​ເມືອງ​ບາງກອກ​ ແລະ ​ນັກ​ທ່ອງ​ທ່ຽວ​ ທັງ​ຈະ​ຖອນ​ອອກ​ຈາກ​ທຸລະ​ກິດ​ການ​ຄົມມະນາຄົມ​ສາທາລະນະ​ຂອງ​ນະຄອນຫຼວງບາງກອກຕື່ມ​ອີກ.

ທັງ​ນີ້, ອຳນາດ​ການ​ປົກຄອງ​ນະຄອນຫຼວງບາງກອກ ​ໄດ້​ຕົກລົງ​ໃນ​ວັນ​ທີ 6 ກຸມພາ​ນີ້​ວ່າ, ຫຼັງໝົດ​ອາຍຸ​ສັນຍາການ​ດຳ​ເນີນ​ທຸລະ​ກິດ​ໃນ​ເດືອນ​ເມສາ​ທີ່​ຈະ​ເຖິງ​ນີ້ ກໍ​ຈະ​ຢຸດ​ເຊົາ​ໂຄງການ BRT ​ແລະ​ມອບ​​ເສັ້ນທາງ​ ພ້ອມ​​ຊ່ອງ​ຈະລາຈອນສະ​ເພາະລົດ​ເມ ​ຄືນໃຫ້​ແກ່​ຂະ​ແໜງ​ການ​ຄຸ້ມ​ຄອງ​ການ​ຄົມມະນາຄົມ ​ແລະ​ໃຫ້​ອົງການ​ຂົນ​ສົ່ງ​ສາທາລະນະ​ນະຄອນຫຼວງບາງກອກ​ຈັດສັນລົດ​ເມ​ບໍລິການແທນ.

ຫຼັງໂຄງການ BRT ​ຢຸດບໍລິການ ອາດ​ຈະກະທົບ​ເຖິງ​ການ​ອອກ​ເດີນທາງ​ຂອງຜູ້​ໂດຍສານ​ປະມານ 2 ໝື່ນ​ຄົນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ