ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນຮ່ວມ​ມື​ປາບ​ປາມ​ການ​ຄ້າ​ມະນຸດ
2017-02-08 15:25:16  cri 

​​ ​ເນື່ອງ​ຈາກບັນຫາ​ການຄ້າ​ມະນຸດ​ຂ້າມ​ຊາດ​ໄດ້​ພົ້ນ​ເດັ່ນ​ຂຶ້ນໃນ​ຊຸມ​ປີຜ່ານມາ, ​ເຈົ້າໜ້າ​ທີ່​ຕຳຫຼວດຈີນ​ຈຶ່ງໄດ້​ຮ່ວມ​ມື​ກັບ​ເຈົ້າໜ້າ​ທີ່​ຕຳຫຼວດ​ຫວຽດນາມ, ມຽນມາ ​ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ​ເພື່ອ​ປາບ​ປາມ​ການ​ຄ້າ​ມະນຸດ ​ໂດຍ​ໄດ້​ຮ່ວມ​ກັບລາວ, ​ມຽນມາ, ຫວຽດນາມ ​ແລະ​ກຳປູ​ເຈຍ ​ເປັນຕົ້ນ ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​​ປາບ​ປາມ​ການ​ຄ້າ​ມະນຸດ.

ນອກ​ນີ້ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ປາບ​ປາມ​ການ​ຄ້າ​ມະນຸດ​ຂ້າມ​ຊາດ, ຈີນ​ໄດ້​ຮ່ວມ​ກັບ​ລາວ, ຫວຽດນາມ ​ແລະ ມຽນມາ ສ້າງຕັ້ງ "ຫ້ອງການ​ພົວພັນ​ການ​ຮ່ວມ​ມືການ​ປະຕິບັດ​ກົດໝາຍ​ເພື່ອ​ປາບ​ປາມ​ການ​ຄ້າ​ມະນຸດ" 8 ​ແຫ່ງ​ຢູ່​ເຂດ​ຊາຍ​ແດນ​ແຂວງ​ຢຸນນານ ​ແລະ ​ເຂດ​ກວາງຊີ ທັງ​ໄດ້ສ້າງ​ລະບຽບ​ການ​ພົບ​ປະ​ຫາລື​ເປັນ​ປະຈຳ, ​ລະບຽບ​ການ​ແຈ້ງ​​ຄະດີ​ລາຍ​ໃຫຍ່ແລະຄະດີ​ພິ​ເສດ​​ໃຫ້​ກັນຊາ​ບ​ທຸກ​ເວລາ ກໍ​ຄື​ກົນ​ໄກ​ແລກປ່ຽນ​ຂ່າວ​ລັບ​ແລະຂໍ້​ມູນຄະດີ​ອາຍາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ