ປີຜ່ານມາ ​ເສດຖະກິ​ດຟິລິບ​ປິນ​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ໃນ​ບັນດາ​ປະ​ເທດ​ອາ​ຊຽນ
2017-02-08 15:57:22  cri 

ອົງການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ຟິລິບ​ປິນ ​ໄດ້ຢືນຢັນ​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ​ວ່າ: ຍອດ​ມູນ​ຄ່າ​​ຜະລິດ​ຕະພັນພາຍ​ໃນ ຫຼື GDP ​ຂອງ​ປະ​ເທດ​ຕົນໃນ​ໄຕ​ມາດ​ທີ 4 ປີ 2016 ຜ່ານມາ ເຕີບ​ໂຕ 6,6%, ຂະນະ​ທີ່​ຈັງຫວະ​ເຕີບ​ໂຕ​ໝົດ​ປີ​ແມ່ນ 6,8% ​ເປັນຈັງຫວະ​ເຕີບ​ໂຕ​ໄວ​ກວ່າ​ໝູ່​ໃນ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ​ແຈ້ງວ່າ, ຂະ​ແໜງ​ການ​ບໍລິການ​ຂອງ​ຟິລິບ​ປິນ​ໃນ​ໄຕ​ມາດ​ທີ 4 ປີຜ່ານມາ​ໄດ້​ເຕີບ​ໂຕ 7,4% ​ແລະຂະ​ແໜງ​ອຸດສາຫະກຳ​ເຕີບ​ໂຕ 7,6%, ​ແຕ່​ຂະ​ແໜງກະສິກຳ​​ເຕີບ​ໂຕຕິດ​ລົບ​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ.

​ອົງການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ຟິລິບ​ປິນ​ໄດ້​ຕັ້ງ​ເປົ້າ​ໃຫ້​ເສດຖະກິດ​ປີ​ນີ້ເຕີບ​ໂຕ​ແຕ່ 6,6%-7,5%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ