ລັດຖະບານ​ລາວ​ຕັ້ງ​ຄະນະ​ສະ​ເພາະ​ກິດສຶກສາ​ບັນຫາ​ທີ່​ດິນ
2017-02-08 16:05:38  cri 
ໜັງສືພິມ​ວຽງຈັນທາມສະບັບ​ວັນ​ທີ 6 ກຸມພາ​ນີ້ລາຍ​ງານ​ວ່າ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວກ່າວ​​ຫວ່າງ​ມໍ່​ໆ​ນີ້​ວ່າ,​ ລັດຖະບານ​ລາວ​ໄດ້​ຕັ້ງ​ຄະນະ​ສະ​ເພາະ​ກິດສຶກສາ​ບັນຫາ​ທີ່​ດິນ​ໃນ​ປັດຈຸບັນ​ຢ່າງ​ລະອຽດ​ແລະ​ວາງ​ແຜນການ​ແກ້​ໄຂ.

ຂ່າວ​ແຈ້ງວ່າ,​ ​ຄະນະ​ສະ​ເພາະ​ກິດດັ່ງກ່າວ​ຈະ​ສຶກສາ​ວິ​ເຄາະ​ແລະ​ວິ​ໄຈ​ບັນຫາ​ທີ່​ດິນລວມທັງ​ກວດກາ​ການ​ສຳ​ປະທານ​ແລະ​ນຳ​ໃຊ້​ທີ່​ດິນ​ນັ້ນ​ໄດ້​ປະຕິບັດ​ຕາມ​ກົດໝາຍທີ່​ຖືກຕ້ອງຫຼື​ບໍ່, ມີ​ບັນຫາ​ລ່ວງ​ລ້ຳ​ທີ່​ດິນ​ຂອງ​ປະຊາຊົນ​ຢ່າງຜິດ​ກົດໝາຍ​ຫຼື​ບໍ່​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ