ນາຍົກລັດຖະມົນຕີອົສຕຼາລີ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ
2017-02-08 16:11:16  cri 

ວັນ​ທີ 7 ກຸມພາ​ນີ້, ທ່ານ​ມະ​​ໂຄມ ​ເທີ​ນບູ ນາຍົກລັດຖະມົນຕີອົສຕຼາລີ​ໄດ້​ພົບ​ປະ​ກັບ​ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢູ່​ແຄນ​ເບີ​ລາ.

ທ່ານ​ເທີນບູ ກ່າວ​ວ່າ,​ ອົສຕຼາລີ​ຊົມ​ເຊີຍ​ເປັນ​ຢ່າງສູງ​ຕໍ່​ການປາຖະກະຖາທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​​ໃນ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ດາ​ວົສ​ເມື່ອ​ບໍ່​ດົນ​ມາ​ນີ້,​ ​ແລະ​ໃນ​ການ​ເປັນ​ຜູ້​ລິ​ເລີ່​ມ​ທີ່ເດັດດ່ຽວ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກການ​ຄ້າ​ເສ​ລີ,  ຈະ​ຮ່ວມ​ກັບປະ​ເທດ​ຈີນ​​ຄັດຄ້ານ​ລັດທິ​ປົກ​ປ້ອງ​ທຸກ​ຮູບ​ການຢ່າງ​ເດັດດ່ຽວ,​ ​​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ກໍ​ຄື​ຂອງ​ໂລກ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ,​ ​ໃນ​ຖານະ​ເປັນ​ສອງ​ປະ​ເທດທີ່​ສຳ​ຄັນ​ແລະ​ມີ​ຄວາມ​ຮັບຜິດຊອບ,​ ຈີນ​ແລະ​ອົສຕຼາລີ​ຄວນ​ຮ່ວມ​ກັນ​ສົ່ງ​ສັນຍານ​ໄປ​ທົ່ວ​ໂລກ​ທີ່​ສຸມ​ກຳລັງ​ເພື່ອ​ສ້າງ​ເສດຖະກິດ​ໂລກ​ທີ່​ເປີດ​ກວ້າງ, ຮັກສາ​ລະບົບ​ການ​ຄ້າ​ສາກົນ​ແລະ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ​ຢ່າງ​ຈະ​ແຈ້ງ.​ ຈີນ​ຍິນ​ດີ​ສຸມ​ທຸກ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ອົສຕຼາລີ,​ ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ,​ ​ແລະຍົກ​ສູງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ