ຕຳຫຼວດ​ຄຸນ​ມິ​ງມ້າງ​ຄະດີ​ຫຼອກ​ລວງ​ຄ້າຂາຍ​​ແມ່ຍິງ​ຫວຽດນາມ​ມາ​ຈີນ
2017-02-09 10:45:41  cri 
ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ລົດ​ໄຟ​ຄຸນ​ມິ​ງ ​ແຂວງ​ຢູນນານ​ແຈ້ງ​ໃຫ້​ຊາບ​ວ່າ: ພະ​ແນ​ກຕົນ​ໃຊ້​ເວລາ 200 ກວ່າ​ມື້​ຈິ່ງສາມາດ​ກວາດ​ລ້າງ​ກຸ່ມອາ​ຊະ​ຍາ​ກຳ​ຂ້າມ​ຊາ​ດ​ຂ້າມ​ເຂດ​ແຄວ້ນທີ່ມີ​​ຄົນ​ບໍ່​ດີ​ໃນ​ຫຼາຍ​ເຂດ​ແຂວງ​ສົມຮູ້​ຮ່ວມ​ຄິດ​ຫຼອກ​ລວງ​ແມ່ຍິງ​ຫວຽດນາມ​ດ້ວຍ​ຂໍ້​ອ້າງການທ່ອງທ່ຽວ​ແລະ​ການ​ຈ້າງ​ແຮງ​ງານຈາກ​ເຂດ​ຊາຍ​ແດນ​ຈີນ-ຫວຽດນາມ​ແລະ​ຂາຍມາຈີນ ​ໂດຍ​ສາມາດ​ຈັບ​ກຸມ​ຜູ້ກະທຳ​ຜິດ​ໄດ້ 75 ຄົນ ​ແລະ​ຊ່ວຍ​ເຫຼືອ​ແມ່ຍິງ​ຫວຽດນາມ​ໄດ້ 32 ຄົນ.

ຜົນ​ການ​ສືບສວນ​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ຄົນ​ບໍ່​ດີ​ດັ່ງກ່າວ​ຢູ່​ໃຕ້​ການ​ບັນຊາ​ຂອງ​ຜູ້​ຕ້ອງ​ຫາ​ສັນຊາດ​ຫວຽດນາມທີ່​ເປັນ​ກຸ່ມ​ອາ​ຊະ​ຍາ​ກຳຫຼອກ​ລວງ​ຂ້າມ​ຊາດ​ຂ້າມ​ເຂດ​ແຄວ້ນ​ທັງ​ເປັນ​ກຸ່ມ​ນາຍ​ໜ້າ​ແລະ​ຄ້າຂາຍ​ມະນຸດ​ຢ່າງ​ມີ​ການ​ຈັດ​ຕັ້ງ​​ແໜ້ນແລະ​ແບ່ງ​ງານ​ໃຫ້​ກັນ​ຢ່າງ​ລະອຽດ​.

ປັດຈຸບັນ, ຄະດີ​ດັ່ງກ່າວ​ກຳລັງ​ດຳ​ເນີນ​ການ​ພິຈາລະນາ​ຕື່ມຕາມ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ