ຕວກກີ​ປົດພະນັກງານ​ລັດ​ເກືອບ 4500 ຄົນ
2017-02-09 10:53:19  cri 
ຕາມ​ດຳລັດ​ຫຼ້າ​ສຸດ​ຂອງລັດຖະບານ​ຕວກກີ​ທີ່ອອກ​ໃນ​ວັນ​ທີ 7 ກຸ​ມພາ​ນີ້, ພະນັກງານ​ລັດ 4464 ຄົນ​​ໄດ້ຖືກ​ປົດ​ຕຳ​ແໜ່​ງ​ເນື່ອງ​ຈາກ​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຂະ​ບວນການ​ກູ​ເລນ ​ໃນ​ນີ້, 2585 ຄົນ​​ເປັນ​ເຈົ້າ​ໜ້າ​ທີ່​ກະຊວງ​ສຶກສາ​ທິການ, ກອງ​ໃຫຍ່​ສາລະວັດ 893 ຄົນ, ອົງການ​ຮັກສາ​ຄວາມ​ໝັ້ນຄົງ 417 ຄົນ, ກະຊວງ​ພາຍ​ໃນ 49 ຄົນ ​ແລະ​ຈາກ​ຂະ​ແໜງ​ການ​ອື່ນ​ຂອງ​ລັດຖະບານອີກ 520 ຄົນ.

ວັນ​ທີ 15 ກໍລະ​ກົດ 2016 ຜ່ານ​ມາ, ຕວກກີ​ໄດ້​ເກີດ​ການລັດຖະປະຫານ​ທາງ​ການ​ທະຫານ​ແຕ່​ບໍ່​ປະສົບ​ຜົນສຳ​ເລັດ ​ເຊິ່ງ​ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 250 ຄົນ, ຂະນະ​ທີ່​ລັດຖະບານ​ຕວກກີ​ຢືນຢັນ​ວ່າ ຜູ້​ບົ່ງ​ການ​ລັດຖະປະຫານ​ຄືທ້າວ ກູ​ເລນ ຜູ້ນຳ​ຂະ​ບວນການ​ກູ​ເລນ​ທີ່​ດຳລົງ​ຊີວິດ​ຢູ່​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ