ລັດຖະບານ​ກຳປູ​ເຈຍ​ເດັດຂາດ​ບໍ່​​ໂຍະຍານ​ຕໍ່​ນັກ​ການ​ເມືອງ​ທີ່​ສໍ້​​ໂກງປະຊາຊົນ
2017-02-09 14:22:53  cri 
ທ່ານ​ຮຸນ​ແຊນ ນາຍົກ​ລັດຖະມົນຕີ​ກຳປູ​ເຈຍ​ໄດ້​ຢືນຢັນ​ໃນ​ພິທີ​ວາງ​ສີ​ລາ​ລືກ​ສ້າງ​ວັດ​ແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ໃນ​ວັນ​ທີ 8 ກຸມພາ​ນີ້​ວ່າ: ຂໍ​ພຽງແຕ່​ພົບ​ນັກ​ການ​ເມືອງ​ທີ່ອ້າງ​ວ່າ​ສະ​ຖາ​ບັນການ​ເງິນ​ຈຸ​ລະ​ພາກມີ​ລັດ​ເປັນ​ຜູ້​ຄຸ້ມ​ຄອງ​ນັ້ນ,​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ​ຕ້ອງ​ຈັບ​ນັກ​ການ​ເມືອງ​ທີ່​ສໍ້​​ໂກງພໍ່​ແມ່​ປະ​ຊາ​ຊົນ​ເຫຼົ່າ​ນີ້ທັນ​ທີ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ: ນັກ​ການ​ເມືອງ​ກະ​ທຳ​ຜິດ​ກົດໝາຍ​ຈຳນວນ​ໜຶ່ງ​ສໍ້​​ໂກງ​ພໍ່​ແມ່​ປະຊາຊົນ​ທົ່ວ​ທຸກ​ແຫ່ງ​ໂດຍ​ອ້າງ​ວ່າ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາບ​ແມ່ນ​ຂອງ​ລັດ​100% ທັງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ປ່ອນ​ບັດ​ໃຫ້​ແກ່​ພັກ​ກ​ານ​ເມືອງ​ຂອງ​ຕົນ, ​ຫາກ​ຕົນ​ຊະນະເລືອ​ກຕັ້ງ​ແລ້ວ, ໜີ້​ສິນ​ທີ່​ປະຊາຊົນ​ຕິດ​ສະ​ຖາ​ບັນ​ການ​ເງິນ​ດັ່ງກ່າວນັ້ນ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນທັງໝົດ. ດ້ວຍ​ເຫດ​ນີ້, ປະຊາຊົນ​ຈິ່ງ​ຫຼົງ​ເຊື່ອ​ວ່າ​ສະຖາ​ບັນການ​ເງິນ​ເຫຼົ່າ​ນີ້​ເປັນ​ຂອງ​ລັດ​ຈົນ​ເຂົ້າ​ໃຈ​ຜິດ​ວ່າ​ລັດ​ຍັງ​ຈະ​ຮິບ​ເອົາ​ອະສັງຫາລິມະ​ຊັບ​ຂອງ​ຜູ້​ຕິດ​ໜີ້ ທັງ​ນີ້​ຈິ່ງ​ຖືກ​ພວກ​ສວຍ​ໂອກາດ​ແລະ​ນັກ​ການ​ເມືອງ​ສວຍ​ໃຊ້ຕຳ​ແໜ່​ງສໍ້​ໂກງ​ປະຊາຊົນ. ຈາກ​ນີ້​ຕົນ​ກໍ​ຢືນຢັນ​ວ່າ ຕໍ່ການ​ກະທຳ​ຜິດ​ກົດໝາຍ​ຕົວ​ຈິງ​ເຫຼົ່າ​ນີ້, ລັດຖະບານ​ຈະ​ບໍ່​​ເ​ມີນເສີຍ​ແຕ່​ປະການ​ໃດ ຫາກ​ຕ້ອງ​ລົງ​ໂທດຕາມ​ກົດໝາຍ​ເດັດຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ