ຟີ​ລິບ​ປິນກະກຽມ​ກິດຈະກຳ​ປີ​ຮ່ວມ​ມື​ການທ່ອງທ່ຽວ​ຈີນ-ອາ​ຊຽນ
2017-02-09 15:49:34  cri 

ທ່ານນາງ​ອານ​ມາ ຣີຕາ ຈີ​ເມ​ເນັສ ຮອງ​ລັດຖະມົນຕີ​ກະຊວງ​ທ່ອງທ່ຽວ​ຟີ​ລິບ​ປິນ​,ທ່ານ​ຢືນຢັນ​ຫຼັງໄດ້ພົບ​ປະ​ກັບ​ທ່ານ​ນາງ​ຢາງ​ຊິ້ວຜິ​ງ ​ເລຂາທິການ​ໃຫຍ່​ສູນ​ຈີນ-ອາ​ຊຽນ​​ຢູ່​ນະຄອນຫຼວງມະ​ນິລາ​ໃນ​ວັນ​ທີ 8 ກຸມພາ​ນີ້ ​ວ່າ ກະຊວງ​ຕົນ​ກຳລັງ​ຮ່ວມ​ມື​ກັບ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ຢ່າງ​ໃກ້ຊິດ​ເພື່ອ​ກະກຽມ​ກິດຈະກຳ​ປີ​ຮ່ວມ​ມື​ການທ່ອງທ່ຽວ​ຈີນ-ອາ​ຊຽນ.

ນາງ​ຈີ​​ເມ​ເນັສກ່າວ​ວ່າ: ຟີ​ລິບ​ປິນ​ແລະ​ຈີນ​ລ້ວນ​ແຕ່​ມີ​ຊັບພະຍາກອນ​ທ່ອງ​ທ່ຽວ​ທີ່ອຸດົມສົມບູນ ​ແລະ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ສຳຄັນ​ຂອງ​ກັນ​​ແລະ​ກັນ ​ແລະໄປ​ພ້ອມ​ກັບການເພີ່ມ​ທະວີ​ການ​​ເຊື່ອມ​ຈອດ​ກັນ​ໂດຍ​ສະ​ເພາະ​ເປີດ​ເສັ້ນທາງ​ການບິນຫຼາຍ​ຂຶ້ນ​ກວ່າ​ເກົ່ານັ້ນ, ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ຈະ​ມີ​ຊ່ອງ​ທາງ​ຂະຫຍາຍຕົວ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ