ວາງສະ​ແດງ​ອອກ​ແບບສັນ​ຍະມະ​ນີ​ສັດປະຈຳ​ລາສີ​ຈີນ​ຢູ່​ປາຣີ
2017-02-09 16:32:37  cri 

ງານ​ວາງສະ​ແດງ​ອອກ​ແບບສັນ​ຍະມະ​ນີ​ສັດປະຈຳ​ລາສີ​ຈີນ "ບຸນ​ກຸດ​ຈີນ​ມ່ວນ​ຊື່ນ,​ເອກະລັກ​ແບບ​ຈີນ"​​ໄດ້ຈັດ​ຂຶ້ນ​ຢູ່​ສູນວັດທະນະທຳ​ຈີນ​ປະຈຳ​ນະຄອນຫຼວງ​ປາຣີປະ​ເທດ​ຝະຣັ່ງ​ໃນ​ວັນ​ທີ 8 ກຸມພາ​ນີ້​ໂດຍການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ​ສູນ​ແລກປ່ຽນ​ວັດທະນະທຳ​ຈີນ-ຕ່າງປະ​ເທດ,ສູນວັດທະນະທຳ​ຈີນ​ປະຈຳ​ປາຣີ​ແລະ​ບໍລິສັດ​ຜະລິດ​ສັນ​ຍະມະ​ນີຊັ້ນ​ສູງTTF. ງານ​ວາງສະ​ແດງ​ດັ່ງກ່າວນອກຈາກ​ເປັນການປິດ​ສາກກິດຈະກຳ​ "ບຸນ​ກຸດ​ຈີນ​ມ່ວນ​ຊື່ນ2017" ​ແລ້ວ​ຍັງສະ​ແດງ​ໃຫ້​ເຫັນ​​ເຖິງການ​ອອກ​ແບບ​ແລະ​ມາດຕະຖານ​ເຕັກນິກ​ຜະລິດ​ສັນ​ຍະມະ​ນີ​ຍຸກ​ປັດຈຸບັນ​ຂອງ​ຈີນ ທັງ​​ເຮັດ​ໃຫ້​ຜູ້​ຊົມ​ສຳຜັດ​ກັບ​ສະ​ເໜ່ພິ​ເສດ​ຂອງ​ວັດທະນະທຳ​ສັດປະຈຳ​ລາສີ​ຈີນ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 28 ​ເດືອນດຽວ​ກັນ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ